ປະທານາທິບໍດີObamaໃຫ້ຄຳໝັ້ນສັນຍາປິດປະຕູຄຸກGuantanamo

ປະທານາທິບໍດີObamaໃຫ້ຄຳໝັ້ນສັນຍາປິດປະຕູຄຸກGuantanamo - ảnh 1
(ພາບ​ປະ​ກອບ​ຈາກdantri.com)

(vovworld) - ​​ວັນ​ທີ 21/12, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ຖະ​ແຫຼງ​ຈະ​ປະ​ຕິ​ບັດ​ທຸກໆ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​​ອາດ​ຈະ​ປິດ​ປະ​ຕູ​ຄຸ​ກ​ການ​ທະ​ຫານ​ອາ​ເມ​ລິ​ກາ ຢູ່ ອ່າວ Guantanamo ຂອງ ກູ​ບາ. ກ່າວ​ຄຳ​ເຫັນ​ໃນ​ການ​ຕອບ​ສຳ​ພາດ​ໃນ​ຊ່ອງ​ໂທ​ລະ​ພາບ CNN ໃນ​ວັນ​ທີ 21/12, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ຖື​ວ່າ: ເລື່ອງ​ຮັກ​ສາ​ຄຸກ Guantanamo ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສາຍ​ເຫດ​ຍຸ​ຍົງ​ສົ່ງ​ເສີມ​ບັນ​ດາ​​ບຸກ​ຄົນ​ເຂົ້າ​ຮ່ວ​ມ​ສົງ​ຄາມ ແລະ ​ການ​ກະ​ທຳຫົວ​ຮຸນ​ແຮງ​ໃນ​ທົ່ວ​ໂລກ. ສິ່ງ​ດັ່ງ​ກ່າ​ວ​ໄປ​ຝືນ​ກັບ​ບັນ​ດາ​​ຄຸນ​ຄ່າ​ຂອງ​ປະ​ເທດ ອາ​ເມ​ລິ​ກາ ແລະ ກໍ່​ຄວາ​ມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ເມື່ອ ອາ​ເມ​ລິ​ກາ ພວມ​ຕ້ອງ​​ຈ່າຍ​ຈຳ​ນວນ​ເງິນ​ນັບ​ລ້ານ USD ໃຫ້​ແຕ່​ລະ​ສ່ວນ​ບຸກ​ຄົນ​ຖືກ​ກັກ​ຂັງ​ຢູ່​ຄຸກ​ແຫ່ງນີ້.

ປະ​ຈຸ​ບັນ, ຈຳ​ນວນ​ນັກ​ໂທດ​ຖືກ​ກັ​ກຂັງ​ໃນ​ຄຸກ Guantanamo ຫລຸດ​ລົງ​ເຫຼືອພຽງ 132 ຄົນ ແລະ ຄາດ​ວ່າ​ຈະ​​ຖືກ​ສົ່ງ​ຕົວ​ກັບ​ເມືອ​ປະ​ເທດ​ໃນ​ທ້າຍ​ປີນີ້.


ຂ່າວ/ບົດ​ອື່ນ