ປະທານາທິບໍດີSudanຍັງຄົງເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດAU

ປະທານາທິບໍດີSudanຍັງຄົງເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດAU - ảnh 1
ທ່ານ​ປະທານາທິບໍດີ Sudan, Omar Al Bashir
(ພາບອີນເຕແນັດ)

​(vovworld) - ວັນ​ທີ 14/06, ທ່ານ​ປະທານາທິບໍດີ Sudan, Omar Al Bashir, ຍັງຄົງ​​ເຂົ້າ​ຮ່ວມ​ພິທີ​ໄຂກອງ​ປະຊຸ​ມສຸດ​ຍອດ​ສະຫະພາບ​ອາ​ຟລິ​ກາ (AU) ​​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ Johanesburg, ​ໂດຍ​ບໍ່​ຫົວຊາ​ຕໍ່​ຂໍ້​ມູນ​ທີ່​ເວົ້າ​ວ່າ: ມີ​ຜູ້​ພິພາກສາອາ​ຟລິ​ກາ​ໃຕ້ ທ່ານ​ໜຶ່ງ ອອກ​ຄໍາ​ສັ່ງຫ້າມ​ທ່ານ​​ອອກ​ຈາກ​ປະ​ເທດ ຍ້ອນ​ສານ​ອາຍາ​ສາກົນ (ICC) ພວມ​ສະ​ເໜີ​ຈັບຕົວ​ທ່ານ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Sudan, Kamal Ismail ຢືນຢັນ​ວ່າ, ​ເລ​ື່ອງທ່ານປະທານາທິບໍດີ Bashir ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ AU ຍັງ​ຄົງດຳ​ເນີນ​ໄປ​ເປັນ​ປົກກະຕິ ​​ແລ​ະ ທ່ານ​ປະທານາທິບໍດີ​ຈະ​ກັບ​ເມືອ​ປະ​ເທດ​ພາຍຫຼັງ​​ເຂົ້າ​ຮ່ວມກອງ​ປະ​ຊຸມຄົບ​ຄະນະ. ທ່ານ​ປະທານາທິບໍດີ Bashir ຖືກ​ຟ້ອງ​ສານ​ແຕ່​ປີ 2009 ດ້ວຍ​ຂໍ້​ກ່າວ​ຫາ​ກໍ່​ໂທດ​ກຳ​ສົງຄາມ ​ແລະ ຕ້ານ​ມະນຸດ​ໃນ​ການ​ປະ​ທະ​ກັນ​ຢູ່​ເຂດ Dafur, ທາງພາກ​ໃຕ້ Sudan, ​ເມື່ອ​ປີ 2003.
ຂ່າວ/ບົດ​ອື່ນ