ປະທານາທິບໍດີຊູດັງສາບານຕົວເຂົ້າດຳລົງຕຳແໜ່ງໃນອາຍຸການໃໝ່

ປະທານາທິບໍດີຊູດັງສາບານຕົວເຂົ້າດຳລົງຕຳແໜ່ງໃນອາຍຸການໃໝ່ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊູ​ດັງ Omar Hassan al – Bashir
(ພາບ: ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ/TTXVN)

(vovworld) –  ​​​​ວັນ​ທີ 2/6, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊູ​ດັງ Omar Hassan al – Bashir ​ໄດ້ສ​າ​ບາ​ນ​ຕົວ​ເຂົ້າ​ດຳ​ລົງ​ຕ​່ຳແໜ່​​ງອາ​ຍຸ​ການ 5 ປີ​ພາຍຫຼັງ​ທ່າ​ນ​ຜູ້ນີ້​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ 4 ຜ່ານ​ມາ. ທ່ານ Bashir, ປະ​ທານ​ພັກ​​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ (NCP) ກຳ​ອຳ​ນາດ, ຍາດ​ໄດ້ບັດ​​ສະ​ໜັບ​ສະ​ໜູນ 94,5% ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ກ່ອນນີ້ 2 ເດືອນ. ພັກ​ຂອງ​ທ່ານກໍ່​ຍາດ​ໄດ້​ຈຳ​ນວນ​ທີ່​ນັ່ງ​ຢ່າງ​ຂາດ​ຂັ້ນໃນ​ການ​ເລືອກ​ຕັ້ງ​​ສະ​ພາ​ແຫ່ງ​ຊາ​ດ, ດ້ວຍ 323 ທີ່​ນັ່ງ​ໃນ​ຈຳ​ນວນ 426 ທີ່​ນັ່ງ​ຢູ່​ສະ​ພາ​ແຫ່ງ​ຊາດ.

ກ່ອນ​ໜ້ານັ້ນ, ບັນ​ດາ​ພັກ​ຝ່າຍ​ຄ້ານ​ໄດ​້​ປະ​ຕິ​ເສດ​ການ​ເລືອກ​ຕັ້ງ​ຍ້ອນ​ຖື​ວ່າ​ການ​ເລືອກ​ຕັ້ງນີ້​ແມ່ນເພື່ອ​ແນ​ໃສ່​ແກ່​ຍາວ​ເວ​ລາ​ກຳ​ອຳ​ນາດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Bashir, ຜູ້​ທີ່​ດຳ​ລົງ​ຕຳ​່ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ເປັນ​ເວ​ລາກ່​ວາ 25 ປີ​ນັບ​ແຕ່​ເມື່ອ​ຂຶ້ນ​ກຳ​ອຳ​ນາດ​ນັບ​ແຕ່​ປີ 1989 ພາຍຫຼັງ​ກໍ່​ລັດ​ຖະ​ປ​ະ​ຫານ​ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຝ່າຍ ອິດ​ສະ​ລາມ. ໃນ​​ບັ້​ນ​ຫາ​ສຽງ​ເລືອກ​ຕັ້ງ​ຜ່ານ​ມາ, ທ່ານ Bashir ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ປ​ະ​ຕິ​ຮູບ​ພື້ນ​ຖານ​ເສດ​ຖະ​ກິດ, ຮັກ​ສາ​ສະ​ຖຽນ​ລະ​ພາບ.


ຂ່າວ/ບົດ​ອື່ນ