ປະທານາທິບໍດີ ຢູແກຼນ Petro Pososhenko
ພາບ:TTXVN
|
(vovworld)- ວັນທີ 4/11, ປະທານາທິບໍດີ ຢູແກຼນ Petro Pososhenko ໄດ້ຮຽກຮ້ອງຈັດຕັ້ງການເລືອກຕັ້ງຢູ່ທ້ອງຖິ່ນ ຕາມກົດໝາຍຂອງຢູແກຼນ ທີບັນດາເຂດຢູ່ພາກຕາເວັນອອກຂອງປະເທດນີ້. ກ່າວຄຳເຫັນທີ່ການປະຊຸມດ່ວນຂອງສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບແຫ່ງຊາດ ຢູແກຼນ, ທ່ານ Petro Pososhenko ເວົ້າວ່າ: ພວກຂ້າພະເຈົ້າໄດ້ພ້ອມແລ້ວກຳນົດຈະແຈ້ງບັນດາເຂດ ຊື່ງແມ່ນບ່ອນທີ່ຈັດຕັ້ງການເລືອກຕັ້ງດັ່ງກ່າວ ຕາມກົດໝາຍຂອງ ຢູແກຼນ. ທ່ານປະທານາທິບໍດີ Petro Pososhenko ກ່າວເຕືອນກຳລັງທວງເອົາເອກະລາດຢູ່ພາກຕາເວັນອອກ ໄດ້ລະເມີດສັນຍາຢຸດຍິງຊື່ງໄດ້ລົງນາມຢູ່ນະຄອນຫລວງ Minsk, Belarus.
ສ່ວນທ່ານ Alexander Zakharchenko, ຜູ້ຮັບຊະນະໃນການເລືອກຕັ້ງສະພານິຕິບັນຍັດໃນທ້າຍອາທິດຜ່ານມາ ໄດ້ສາບານຕົວເຂົ້າດຳລົງຕຳແຫນ່ງເປັນຜູ້ນຳຫນ້າ ສ.ປ Donetsk ຂະຫນານນາມເອງ. ກ່າວຄຳເຫັນທີ່ພິທີສາບານຕົວເຂົ້າດຳລົງຕຳແຫນ່ງເມື່ອວັນທີ 4/11, ທ່ານ Alexander Zakharchenko ໝັ້ນໝາຍຈະຮັບໃຊ້ປະຊາຊົນ Donetsk ຈົນສຸດຄວາມສາມາດຂອງຕົນ.