ປະທານາທິບໍດີລັດເຊຍໃຫ້ສັດຕະຍາບັນຂໍ້ຕົກລົງກັບຫວຽດນາມກ່ຽວກັບການສົ່ງຜູ້ຖືກສານຕັດສິນລົງໂທດ

ປະທານາທິບໍດີລັດເຊຍໃຫ້ສັດຕະຍາບັນຂໍ້ຕົກລົງກັບຫວຽດນາມກ່ຽວກັບການສົ່ງຜູ້ຖືກສານຕັດສິນລົງໂທດ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin
(photo:tamnhin.net)


(vovworld)-​​ຕາມ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ລັດ​ເຊຍ​ແລ້ວ, ຕອນ​ຄ່ຳ​ວັນ​ທີ 5/11, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄດ້​ເຊັນ​ກົດ​ໝາຍ​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ກັບ​ຫວຽດ​ນາມ ກ່ຽວ​ກັບ​ການ​ສົ່ງ​ຜູ້​ຖືກ​ສານ​ຕັດ​ສິນ​ລົງ​ໂທດ​. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ເດືອນ 11/2013 ຢູ່ ນະ​ຄອນ​ຫລວງ ຮ່າ​ໂນ້ຍ. ເອ​ກະ​ສານ​ສະ​ບັບ​ນີ້ ອະ​ນຸ​ຍາດ​ໃຫ້​ບັນ​ດາ​ອົງ​ການ​ຕຸ​ລາ​ການ​ຂອ​ງ​ລັດ​ເຊຍ ປະ​ຕິ​ບັດ​ການ​ອະ​ໄພ​ຍະ​ໂທດ, ອະ​ນຸ​ໂລມ, ຫລຸດ​ຜ່ອນ​ການ​ປັບ​ໄຫມ​ລົງ​ໂທດ​ຫລື​ປ່ອຍ​ຕົວ​ໃຫ້​ແກ່​ພົນ​ລະ​ເມືອງ ລັດ​ເຊຍ ຖືກ​ສານ​ຕັດ​ສິນ​ລົງ​ໂທດ ແລະ ພວມຖືກ​ຈຳ​ຄຸກ​ຢູ່​ຫວຽດ​ນາມ. ບັນ​ດາ​ຫລັກ​ການ​ຄ້າຍ​ຄື​ກັນ ກໍ​ຖືກ​ນຳ​ໃຊ້​ໃຫ້​ແກ່​ບັນ​ດາ​ອົງ​ການ​​ທີ່​ມີ​ຫນ້າ​ທີ່​ຂອງຫວຽດ​ນາມ ສຳ​ລັບ​ພົນ​ລະ​ເມືອງ​ຖືກ​ກັກ​ຂັງ​ຢູ່ ລັດ​ເຊຍ. ນອກນັ້ນ ນັກ​ໂທດ ອາດ​ຈະ​ຖືກ​ພາ​ຕົວ​ກັບ​ເມືອ​ປະ​ເທດ​ເພື່ອ​ສືບ​ຕໍ່​ປະ​ຕິ​ບັດ​ໂທດ ໂດຍ​ມີ​ການ​ເຫັນ​ດີ​ຂອງ​ນັກ​ໂທດ​ຜູ້ນັ້ນ.

 

 

ຂ່າວ/ບົດ​ອື່ນ