ປະທານາທິບໍດີສ.ເກົາຫຼີມອບສິດແກ້ໄຂMERSໃຫ້ບັນດານັກຊ່ຽວຊານການແພດ

ປະທານາທິບໍດີສ.ເກົາຫຼີມອບສິດແກ້ໄຂMERSໃຫ້ບັນດານັກຊ່ຽວຊານການແພດ - ảnh 1
ທ່ານ​​ນາງປ​ະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye
(ພາບ: AFP/TTXVN)

(vovworld) – ພາຍ​ຫຼັງ​ປະ​ຊຸມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ແລະ ນັກ​ຊ່ຽວ​ຊານ ເຊີ​ອູນ ໃນ​ວັນ​ທີ 8/6, ທ່ານ​​ນາງປ​ະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye ຖະ​ແຫຼງ​ໄດ້​ມ​ອ​ບ​ສິດ​ໃຫ້​ກອງ​ພິ​ເສດ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ໂລກ​ພະຍາດອັກ​ເສບ​ລະບົບ​ຫາຍ​ໃຈ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ (MERS). ນີ້​ແມ່ນ​ການ​ກະ​ທຳຫຼ້າ​ສຸດ​ໃນ​ບັນ​ດາ​ຄວາມ​ມານ​ະ​ພະ​ຍາ​ຍາມ​ຂ​ອງ​ລັດ​ຖະ​ບານ ສ. ເກົາຫຼີ ເພື່ອ​ແນ​ໃສ່​ຄວບ​ຄຸມ ແລະ ລົບ​ລ້າງ​ໂລກ​ພະ​ຍາດ​ທີ່​ເຄີຍ​ເຮັດ​ໃຫ້​ຊາວ ສ. ເກົາຫຼີ 6 ຄົນ​ເສ​ຍ​ຊີ​ວິດ. ທ່ານ​ນາງປ​ະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye  ກໍ່​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່ ແລະ ນັກ​ຊ່ຽວ​ຊານ​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ເພື່​ອ​ສະ​ກັດ​ກັ້ນ​ການ​ແຜ່​ລາມ​ຂອງ ໄວ​ຣັດ​ທີ່​ອັ​ນ​ຕະ​ລາຍ​ໃນ​ອາ​ທິດນີ້. ບັນ​ດາ​ເຈົ້າ​ໜ້າ​ທີ່​ຍັງ​ໄດ້​ຮັບ​ຄຳ​ສັ່ງ​ຕ້ອງ​ມີ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ຫລຸດ​ຜ່ອນ​ຜົນ​ສະ​ທ້ອນຫຍໍ້​ທໍ້ຂອງ​ຂອງ​ພະ​ຍາດ MERS ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ທີ 4 ຢູ່ ອາ​ຊີນີ້.


ຂ່າວ/ບົດ​ອື່ນ