ປະທານາທິບໍດີອີຣານຕິຕຽນບັນດາທັດສະນະບໍ່ສະໜັບສະໜູນຂໍ້ຕົກລົງນິວຄະເລຍ

ປະທານາທິບໍດີອີຣານຕິຕຽນບັນດາທັດສະນະບໍ່ສະໜັບສະໜູນຂໍ້ຕົກລົງນິວຄະເລຍ - ảnh 1
ປະທານາທິບໍດີ​ ອີຣານ Hassan Rouhani
(ພາບ: AFP/TTXVN)

(vovworld) - ວັນ​ທີ 7/4, ປະທານາທິບໍດີ​ ອີຣານ Hassan Rouhani ຖະ​ແຫຼ​ງວ່າ, ຄຳ​ວິຈານຂອງ​ບັນດາ​ຜູ້​ຕິຕຽນຂໍ້​ຕົກລົງ​ນິວຄະ​ເລຍຢູ່ປະ​ເທດ​ນີ້​ທີ່​ມີ​ຕໍ່​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ​ແມ່ນ​ອັນຕະລາຍ, ພ້ອມ​ທັງ​ຊຸກຍູ້​ການ​ເພີ່ມ​ທະວີ​ການ​ເຈລະຈາ ​ແລະ ບັນດາ​ມາດ​ຕະການ​ການ​ທູດ. ​ໃນ​ບົດ​ປາ​ໄສ​ທີ່​ໄດ້​ຮັບ​ການຖ່າຍ​ທອດ​ສົດ​ຈາກ​ນະຄອນຫຼວງ Tehran, ປະທານາທິບໍດີ Rouhani ​ເນັ້ນ​ໜັກ​ວ່າ, ຂໍ້​ຕົກລົງ​ນິວຄະ​ເລຍ ​ໄດ້​ຮັບ​ການ​ປະຕິບັດ​ໃນ​ເດືອນ 1 ຜ່ານ​ມາ, ພາຍຫຼັງ​ເຈລະຈາ​ມາ​ເປັນ​ເວລາ 2 ປີ, ສິ່ງ​ດັ່ງກ່າວສະ​ແດງ​ໃຫ້​ເຫັນ​ວ່າ, ​ຂໍ້​ອ້າງ​ອີງ ​ແລະ ອ້າງ​ຄາລົມ​ຈະ​ຊະນະ​ບັນດາ​ໄພ​ນາມ​ຂູ່ ​ແລະ ກຳລັງ​ແຮງ. ທ່ານ​ເຊື່ອ​ໝັ້ນ​ວ່າ, ທັດສະນະ​ນັ້ນ​ໄດ້​ພາ​ໃຫ້ ອີຣານບໍ່​ເຊື່ອ​ໝັ້ນ​ຜູ້​ໃດ ​ແລະ ບໍ່​​ໄດ້​ຮັບ​ປະ​ໂຫຍ​ດ. ສິ່ງ​ດັ່ງກ່າວ​ຈະ​ເປັນຄວາມ​ອັນຕະລາຍ​ສຳລັບ​ບໍ່​ວ່າ​ສັງຄົມ​ໃດ. ຄຽງ​ຂ້າງ​ນັ້ນ, ປະທານາທິບໍດີ​ Hassan Rouhani ກໍ່​ກ່າວ​ເຕືອນ​ວ່າ, ຍ້ອນ​ມີ​ຂໍ້​ຕົກລົງ​ນີ້, ​ໄດ້​ສ້າງບັນດາ​ກາລະ​ໂອກາດ​ພັດທະນາ​ເສດຖະກິດ, ພ້ອມ​ທັງ​ກ່າວ​ປະນາມ​ບັນດາ​ຜູ້​ມີ​ແຕ່​ເຫັນ​ໄດ້​ໄພ​ນາບ​ຂູ່​ຈາກ​ຂໍ້​ຕົກລົງ​ດັ່ງກ່າວ.


ຂ່າວ/ບົດ​ອື່ນ