ປະທານາທິບໍດີອາເມລິກາ: ອີຣານບໍ່ຮັກສາ “ເນື້ອໃນຈິດໃຈ” ຂໍ້ຕົກລົງນິວເຄຼຍ

(VOVWORLD) -ວັນທີ 05 ຕຸລາ, ທ່ານປະທານາທິບໍດີອາເມລິກາ Donald Trump ຢືນຢັນວ່າ, ອີຣານ ບໍ່ມີການກະທຳເພື່ອຮັກສາຂໍ້ຕົກລົງລະງັບໂຄງການນິວເຄຼຍ ຂອງປະເທດນີ້. ຄຳຖະແຫຼງດັ່ງກ່າວຖືກຍົກອອກມາ 2 – 3 ວັນ, ກ່ອນກຳນົດເວລາສຸດທ້າຍໃນວັນທີ 15 ຕຸລາ

ປະທານາທິບໍດີອາເມລິກາ: ອີຣານບໍ່ຮັກສາ “ເນື້ອໃນຈິດໃຈ” ຂໍ້ຕົກລົງນິວເຄຼຍ - ảnh 1 ທ່ານປະທານາທິບໍດີ Donald Trump

(ພາບປະກອບ: AFP/TTXVN)

ຕາມນັ້ນແລ້ວ, ທ່ານປະທານາທິບໍດີອາເມລິກາ ຈະຕ້ອງແຈ້ງຂໍ້ຕົກລົງກ່ຽວກັບອະນາຄົດຂອງຂໍ້ຕົກລົງນິວເຄຼຍຄັ້ງປະຫວັດສາດກັບອີຣານ. ກ່າວຄຳເຫັນພາຍຫຼັງການພົບປະກັບວົງການການນຳດ້ານການທະຫານ ເພື່ອປຶກສາຫາລືກ່ຽວກັບບັນຫານິວເຄຼຍ ຂອງອີຣານ, ທ່ານປະທານາທິບໍດີ Donald Trump ຢືນຢັນວ່າ, ອີຣານ “ບໍ່ປະຕິບັດຕາມເນື້ອໃນຈິດໃຈຂອງຂໍ້ຕົກລົງດັ່ງກ່າວ”. ຕາມທ່ານແລ້ວ, ອຳນາດການປົກຄອງອີຣານ ພວມໜູນຊ່ວຍການກໍ່ການຮ້າຍ ແລະ ກໍ່ສະພາບໃຊ້ຄວາມຮຸນແຮງ ແລະ ສ້າງຄວາມວຸ້ນວາຍຢູ່ຕາເວັນອອກກາງ. ນີ້ແມ່ນເຫດຜົນທີ່ພາໃຫ້ອາເມລິກາ ຕ້ອງຢຸດຕິບັນດາການກະທຳເກາະຜິດ ແລະ ຄວາມມັກໃຫຍ່ໄຝ່ສູງດ້ານນິວເຄຼຍຂອງອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ