ປະທານາທິບໍດີອາເມລິກາຊັ່ງຊາຍົກເລີກຄຳສັ່ງຂວ້ຳບາດອາວຸດສຳລັບ ຫວຽດນາມ

ປະທານາທິບໍດີອາເມລິກາຊັ່ງຊາຍົກເລີກຄຳສັ່ງຂວ້ຳບາດອາວຸດສຳລັບ ຫວຽດນາມ - ảnh 1
ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama
(ພາບ: NBC)

(vovworld) - ວັນ​ທີ 9/5, ວົງ​ການ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ພວມ ຊັ່ງຊາ​ເຖິງ​ເລື່ອງ​ຍົກ​ເລີກ​ຄຳ​ສັ່ງຂວ້ຳ​ບາດ​ດ້ານ​ອາວຸດ​ທີ່​ນຳ​ໃຊ້​ສຳລັບ ​ຫວຽດນາມ​ໃນ 3 ກວ່າ​ທົດ​ສະ​ວັດ​ຜ່ານ​ມາ. ​ເລື່ອງຍົກ​ເລີກ​ຄຳ​ສັ່ງຂວ້ຳ​ບາດ​ດ້ານ​ອາວຸດ​ສຳລັບ ຫວຽດນາມ ຈະ​ເປັນ​ການ​ລົບ​ລ້າງ​ຮ່ອງຮອຍ​​ໃຫຍ່ສຸດ​ທ້າຍຂອງ​ສົງຄາມ ຫວຽດນາມ ​ແລະ ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ມີ​ບັນດາ​ບາດກ້າວ​ທີ່​ຕັ້ງໜ້າ. ປີ 2007, ວໍ​ຊິງ​ຕັນ​ໄດ້​ອະນຸຍາດ​ໃຫ້ການ​ເຄື່ອນ​ໄຫວ​ຊື້​ຂາຍ​ອຸປະກອນດ້ານການ​ທະຫານບໍ່​ເປັນ​ພາຫະນະດັບ​ສູນ ​ແລະ ບັນດາ​ການ​ບໍລິການ​ດ້ານ​ການ​ທະຫານ​ຕາມ​ກົນ​ໄກ​ອີງ​ໃສ່​ສະພາບ​ຕົວ​ຈິງ​ຂອງ ​ຫວຽດນາມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ອາ​ເມ​ລິ​ກາ​ຍັງ​ຄົງ​ຮັກສາ​ຄຳ​ສັ່ງ​ຫ້າມສົ່ງ​ອອກ ຫຼື​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີກ່ຽວ​ກັບ​ອຸປະກອນດັບ​ສູນ​ສຳລັບ ຫວຽດນາມ​ເທື່ອ. ສະມາຊິກ​ລັດຖະສະພາ ອາ​ເມ​ລິ​ກາ​ຫຼາຍ​ທ່ານ ​ໄດ້​ຮຽກຮ້ອງ​ອຳນາດ​ການ​ປົກຄອງ Obama ຊັ່ງຊາ​​ເຖິງ​ການ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ນີ້. ອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ​ຫວັງ​ວ່າ ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ທ່ານ​ປະທານ​ຄະນະ​ກຳມະການ​ກຳລັງ​ທັບ​ສະພາ​ສູງ, ສະມາຊິກ​ສະພາ​ສູງ ພັກສາ​ທາ​ລະນະ John McCain, ຜູ້​ທີ່​ເຄີຍ​ສະໜັບສະໜູນ​ຂໍ້​ຕົກລົງ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ອາວຸດ​ດັບ​ສູນສ່ວນ​ໜຶ່ງສຳລັບຫວຽດນາມ​ເມື່ອ​ປີ 2014.

ຂ່າວ/ບົດ​ອື່ນ