ປະທານາທິບໍດີ ອາເມລິກາ Barack Obama
photo:reuters.com
|
(vovworld)- ວັນທີ 15/2, ປະທານາທິບໍດີ ອາເມລິກາ Barack Obama ຍອມຮັບວ່າ ບໍ່ທັນແກ້ໄຂບັນຫາກ່ຽວກັບຊີຣີ ໃນທັນທີ່ໄດ້, ພ້ອມທັງໃຫ້ຮູ້ວ່າ ວໍຊິງຕັນ ຄວນຄິດໄລ່ຊັ່ງຊາບັນດາມາດຕະການໃຫມ່ໃຫ້ແກ່ເສີກກາງເມືອງທີ່ແກ່ຍາວກວ່າສອງປີຜ່ານມາ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມ ພາຍຫລັງການເຈລະຈາກັບ ກະສັດ ຈໍແດນ, Abdullah 2 ຢູ່ ເຂດພັກຜ່ອນບຳລຸງສຸຂະພາບ Sunnylands ລັດ Califonia, ປະທານາທິບໍດີ Barack Obama ໃຫ້ຮູ້ວ່າ: ເສີກກາງເມືອງຢູ່ ຊີຣີ ແມ່ນຫົວເລື່ອງຈຸດສຸມ. ທ່ານ Obama ຮັບຮູ້ວ່າ: ບໍ່ປາດຖະຫນາເສີກກາງເມືອງຢູ່ ຊີຣີ ຈະໄດ້ຮັບການແກ້ໄຂໂດຍໄວ, ສະນັ້ນ ອາເມລິກາ ພວມພິຈາລະນາບາດກ້າວເດີນໃຫມ່ ເຊິ່ງລວມມີ: ການເພີ່ມທະວີບັນດາຄວາມມານະພະຍາຍາມມະນຸດສະທຳ ແລະ ເລັ່ງລັດບັນດາຝ່າຍກ່ຽວຂ້ອງສືບຕໍ່ການຮ່ວມມືມຸ່ງໄປເຖິງມາດຕະການທາງການທູດ. ເພີ່ມທະວີການຊ່ວຍເຫລືອໃຫ້ແກ່ ຈໍແດນ ແລະ ຝ່າຍຄ້ານຢູ່ ຊີຣີ ກໍແມ່ນຫນຶ່ງໃນບັນດາມາດຕະການ ຊື່ງທຳນຽບຂາວ ໄດ້ ແລະ ພວມສືບຕໍ່ປະຕິບັດ.