ປະທານາທິບໍດີອາເມລິກາ Barack Obama ກ່າວເຫັນໃນການປະຊຸມ
ຂ່າວຮ່ວມກັບນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: AP)
|
(vovworld) - ປະທານາທິບໍດີອາເມລິກາ Barack Obama ໄດ້ອອກສຽງຕິຕຽນຈີນ “ຍ້ອງຍໍກຳລັງແຮງກ້າມ“ ເພື່ອແນໃສ່ເລັ່ງເອົາສິດປະໂຫຍດຢູ່ທະເລອາຊີ, ພ້ອມທັງໃຫ້ຄຳໝັ້ນສັນຍາຄືນໃໝ່ຈະປົກປ້ອງຜືນແຜ່ນດິນອັນຄົບຖ້ວນຂອງຍີ່ປຸ່ນ. ຄຳຖະແຫຼງຂອງທ່ານ Barack Obama ຖືກຍົກອອກມາໃນການປະຊຸມຂ່າວຢູ່ທຳນຽບຂາວໃນຕອນເຊົ້າວັນທີ 29/4, ພາຍຫຼັງການເຈລະຈາກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ທີ່ພວມຢູ່ຢ້ຽມຢາມອາເມລິກາ ເພື່ອເພີ່ມທະວີການພົວພັນສອງຝ່າຍແນໃສ່ຮັບມືກັບການທ້າທາຍຕ່າງໆຢູ່ໃນພາກພື້ນ. ປະທານາທິບໍດີອາເມລິກາ Barack Obama ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ສະແດງຄວາມວິຕົກກັງວົນຕໍ່ການກະທຳເຊິ່ງຈີນພວມປະຕິບັດໃນພາກພື້ນ, ພິເສດແມ່ນການກະທຳກໍ່ສ້າງສະໜາມບິນ ແລະ ເກາະຢູ່ທະເລຕາເວັນອອກ. ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abeຢືນຢັນວ່າ, ຍີ່ປຸ່ນ ແລະ ອາເມລິກາເດັດດຽວຄັດຄ້ານທຸກຄວາມມານະພະຍາຍາມພຽງລຳພັງຝ່າຍດຽວຂອງຈີນ ພ້ອມທັງຖືວ່າ, ບໍ່ວ່າການຂັດແຍ້ງໃດໆກໍ່ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີອີງໃສ່ກົດໝາຍສາກົນ.