ປະທານາທິບໍດີອາເມລິກາຢັ້ງຢືນຄືນໃໝ່ບໍ່ສົ່ງທະຫານບົກເຂົ້າອີຣັກ

ປະທານາທິບໍດີອາເມລິກາຢັ້ງຢືນຄືນໃໝ່ບໍ່ສົ່ງທະຫານບົກເຂົ້າອີຣັກ - ảnh 1
ທ່ານ​ປະທານາທິບໍດີ Obama ກ່າ​ວຄຳ​ເຫັນ​ຢູ່ຖານ​ທີ່​ໝັ້ນ​ທະຫານ​ອາ​ກາດ MacDill
(ພາບ: Reuters)

(vovworld) – ​​​ປະທານາທິບໍດີ ​ອາ​ເມ​ລິ​ກາ​ ຢືນຢັນ​ຄືນ​ໃໝ່​ວ່າບໍ່​ສົ່ງ​ທະຫານ​ບົກ​ເຂົ້າ​ ອີຣັກ - ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ຕອນ​ເຊົ້າ​ວັນ​ທີ 17/9 (ຕາ​ມ​​ເວລາ​ທ້ອງ​ຖີ່​ນ), ພາຍຫຼັງ​ປະທານ​ເສນາ​ທິການ​ໃຫຍ່​ທະຫານ​ປະສົມ ອາ​ເມ​ລິ​ກາ ທ່ານ​ Martin Dempsey ​ໃຫ້​ຮູ້​ວ່າ: ທ່ານ​ອາດສາມາດຈະສົ່ງ​ທະຫານ​ບົກ​ເຂົ້າ ອີຣັກ ພຽງ​ໜຶ່ງ​ວັນ.

    ກ່າ​ວຄຳ​ເຫັນ​ຢູ່ຖານ​ທີ່​ໝັ້ນ​ທະຫານ​ອາ​ກາດ MacDill ຢູ່​ລັດ Florida, ທ່ານ​ປະທານາທິບໍດີ Obama ຊີ້​ແຈ້ງວ່າ: ບັນດາ​ທະຫານ ອາ​ເມ​ລິ​ກາ ມີໜ້າ​ຢູ່ ອີຣັກ ພວມ ​ແລະ ຈະ​ບໍ່​ໄດ້​ຮັບ​ພາລະ​ໜ້າ​ທີ່​ຕໍ່ສູ້​ຢູ່​ທີ່​ນີ້. ທ່ານ​ປະທານາທິບໍດີ Obama ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ພຽງ​ແຕ່​ໜູນ​ຊ່ວຍ​ບັນດາ​ຄູ່​ຮ່ວມ​ມື​ໃນ​ການ​ຕໍ່ສູ້​ທາງບົກ​ຜ່ານ​ການ​ເຄື່ອນ​ໄຫວ​ຝຶກ​ອົບຮົມ​ ​ແລ​ະ ສະ​ໜອງ​ພາຫະນະ, ອຸປະກອນ​​ເພື່ອ​​ໃຫ້​ກຳລັງ​ຢູ່​ທ້ອງ​ຖີ່​ນສາມາດ​ຮັບປະກັນ​​ໃຫ້​ອະນາຄົດ​ຂອງ​ຕົນ, ຢືນຢັນ​ນີ້​ແມ່ນ​ມາ​ດຕະການ​ໜຶ່ງ​ດຽວ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຍາວ​ນານ. ທ່ານ​ກ່າວ​ວ່າ:

    “ຖ້າ​ຫາກ​ພວກ​ເຮົາ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ​ໃນ​ຂະນະ​ທີ່​ປະຊາຊົນ​ຢູ່​ທີ່​ນີ້​ບໍ່​ໄດ້​ເຮັດ​ຫຍັງ​ໃຫ້​ແກ່​ຕົນ​ເອງ ​ພວກເຮົາຈະ​ກໍ່ປະສົມ​ກັບ​ຄວາມ​ຫຍຸ້ງຍາກ​ຄ້າຍຄື​ກັນເມື່ອ​ພາຍຫຼັງທີ່ພວກ​ເຮົາ​ຖອນອອກ​ຈາກ​ປະ​ເທດ​ນັ້ນ”

 




ຂ່າວ/ບົດ​ອື່ນ