ປະທານາທິບໍດີເວເນຊູເອລາໃຫ້ສັດຕະຍາບັນຍຸດທະສາດເສດຖະດກິດໃໝ່ຊຸກຍູ້ການສົ່ງອອກ

ປະທານາທິບໍດີເວເນຊູເອລາໃຫ້ສັດຕະຍາບັນຍຸດທະສາດເສດຖະດກິດໃໝ່ຊຸກຍູ້ການສົ່ງອອກ - ảnh 1
ທ່ານປະ​ທາ​ນາ​ທິ​ບໍ​ດີ​ເວ​​ເນ​ຊູ​ເອ​ລາ Nicolas Maduro
(ພາບ: AFP)

(vovworld) –​ ວັນ​ທີ 22/01, ທ່ານປະ​ທາ​ນາ​ທິ​ບໍ​ດີ​ເວ​​ເນ​ຊູ​ເອ​ລາ Nicolas Maduro ໄດ້​ໃຫ້​ສັດ​ຕະ​ຍາ​ບັນ ບັນ​ດາ​ມາດ​ຕະ​ການ​ດ້ານ​ເສດ​ຖະ​ກິດໃໝ່ ເພື່ອ​ຊຸກຍ​ູ້​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ນ້້ຳ​ມັນ ໃນ​ຂະ​ນະ​ທີ່​ປະ​ເທດອາ​ເມ​ລິ​ກາ​ໃຕ້ ນີ້​ພວມ​ຮັບ​ມື​ກັບ​ສະ​ພາບ​ຊຸດ​ໂຊມ​ຢ່າງ​ແຮງ. ພິ​ເສດ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ SIMADI ແມ່ນ​ເກືອບ 200 bolivar ແລກ​ເອົາ 1 USD, ຈະ​ໄດ້​ນຳ​ໃຊ້​ສຳ​ລັບ​ບັນ​ດາ​ບໍ​ລິ​ສັດ​ຢູ່​ເວ​​ເນ​ຊູ​ເອ​ລາ ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກໃຫ້​ການ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Maduro ກໍ່​ແຈ້ງ​ວ່າ ຈະຢຸດ​ຕິ​ການ​ສະ​ໜອງ​​ໜັງ​ສືອະ​ນຸ​ຍາດ​ສົ່ງ​ອອກ​ໃຫ້​ທັງ​ປີ 2016 ເພື່ອ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ສົ່ງ​ອອກ​ສິນ​ຄ້າ ບໍ່​ຕ້ອງ​​ນຳ​ໃຊ້​ໜັ​ງ​ສືອະ​ນຸ​ຍາດ​ພິ​ເສດ. ຄຽງ​ຂ້າງນັ້ນ, ທ່ານກໍ່​ແຈ້ງວ່າ ໄ​ດ້​ສ້າງ​ຕັ້ງ​ລະ​ບົບກຳ​ນົດ​ບ້ວງ​ສິນ​ເຊື່ອ​ເງິນ​ຕາ​ຕ່າງ​ປະ​ເທດ​ເພື່ອ​ຊື້​ນ້ຳ​ມັນ​ດິບ. ກ່ອນ​ໜ້ານັ້ນ, ທ່ານ Maduro ໃຫ້​ຮູ​້​ວ່າ, ບັນ​ດາ​ມາດ​ຕະ​ການບຸ​ລິ​ມະ​ສິດ​ຈະ​​ມອບ​ໃຫ້​ບັນ​ດາ​ບໍ​ລິ​ສັດທີ່​ຂຶ້ນ​ກັບ 9 ຂົງ​ເຂດ​ຄືຶ: ກະ​ສິ​ກຳ, ກໍ່​ສ້າງ, ຂຸ​ດ​ຄົ້​ນ​ແຮ່ທາດ, ກັນ​ຕອງ​ນ້ຳ​ມັນ, ໂທ​ລະ​ຄົມ…

ຂ່າວ/ບົດ​ອື່ນ