ປະທານແນວໂຮມປະ ເທດຊາດຫວຽດນາມ ຮີນດາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ອີນເດຍ

ປະທານແນວໂຮມປະ ເທດຊາດຫວຽດນາມ ຮີນດາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ອີນເດຍ - ảnh 1
ທ່ານ​ປະທານແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຮີນ​ດາມ
ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີນ​ເດຍ Salman Khursid
(ພາບ: vietnamplus.vn)


(vovworld) -     ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ​ໂດຍ​ທ່ານ​ປະທານ ຮີນ​ດາມ ນຳ​ໜ້າ, ​ໄດ້​ໄປ​ຢ້ຽມຢາມ​ອີນ​ເດຍ ​ແຕ່​ວັນ​ທີ 29/11. ວັນ​ທີ 30/11, ​ໃນ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີນ​ເດຍ Salman Khursid, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Salman Khursid ​ແລະ ທ່ານ​ປະທານ ຮີນ​ດາມ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບາງ​ຈຸດ​ທີ່​ເປັນ​ພື້ນຖານກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແຕ່​ດົນ​ນານ​ ລະຫວ່າງ​ສອງ​ປະ​ເທດ ​ແລະ ປາດ​ຖະໜາຢາກ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ສະພາບ​ການ​ໃໝ່. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມຢາມ​ສຳນັກງານ​ພັກ​ກອມ​ມູນິດອີນ​ເດຍ (CPI) ​ແລະ ພັກ​ກ​ອມມູນິດ Macxit (CPI - M) ​ຢູ່ນະຄອນ New Deli. ບັນດາ​ການ​ນຳ​ພັກ CPI ​ແລະ ພັກ CPI – M ສະ​ແດງ​ຄວາມ​ພາກພູມ​ໃຈ​ທີ່​ໄດ້​ຕ້ອນຮັບ​ຄະນະ​​ຜູ້​ແທນ​ຫວຽດນາມ ມາຢ້ຽມຢາມ​ອີນ​ເດຍ ​ໃນ​ສະພາບ​​ທີ່​ສອງ​ປະ​ເທດ​ພວມ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການພົວພັນທາງ​ການ​ທູດ​ຢ່າງ​ຄົບ​ຊຸດ ​ແລະ 5 ປີ​ແຫ່ງ​ການ​ພົວພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ, ຫວັງ​ວ່າສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ອີນ​ເດຍ - ຫວຽດນາມ ຈະສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ຍູ້​ແຮງ​ກວ່າ​ອີກ​ໃນ​ທຸກ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ