ປະເທດຕ່າງໆໃຫ້ຄຳໝັ້ນສັນຍາສະໜອງບ້ວງເງິນເກືອບ 25 ຕື້ USD ໜູນຊ່ວຍການສ້າງສາ ອີຣັກ ຄືນໃໝ່

(VOVWORLD) - ຈຳນວນເງິນນີ້ໄດ້ປະກາດໃນມື້ປະຊຸມສຸດທ້າຍຢູ່ກອງປະຊຸມບັນດານັກອຸປະຖຳສາກົນ, ຈັດຕັ້ງຢູ່ນະຄອນຫຼວງ Kuwait City ຂອງ ຄູເວດ.

ປະເທດຕ່າງໆໃຫ້ຄຳໝັ້ນສັນຍາສະໜອງບ້ວງເງິນເກືອບ 25 ຕື້ USD ໜູນຊ່ວຍການສ້າງສາ ອີຣັກ ຄືນໃໝ່ - ảnh 1 ເຈົ້າໜ້າທີ່ປະເທດຕ່າງໆເຂົ້າຮ່ວມກອງປະຊຸມ

(ພາບ: AP)

ວັນທີ 14 ກຸມພາ, ລັດຖະບານ ຫຼາຍປະເທດໃນໂລກ ໃຫ້ຄຳໝັ້ນສັນຍາສະໜອງບ້ວງເງິນເກືອບ 25 ຕື້ USD ເພື່ອໃຫ້ກູ້ຢຶມ ແລະ ລົງທຶນເພື່ອແນໃສ່ສ້າງສາປະເທດ ອີຣັກ ພາຍຫຼັງເວລາ 3 ປີທຳສົງຄາມຕ້ານອົງການລັດອິດສະລາມ IS. ຈຳນວນເງິນນີ້ໄດ້ປະກາດໃນມື້ປະຊຸມສຸດທ້າຍຢູ່ກອງປະຊຸມບັນດານັກອຸປະຖຳສາກົນ, ຈັດຕັ້ງຢູ່ນະຄອນຫຼວງ Kuwait City ຂອງ ຄູເວດ.

        ບັນດານັກອຸປະຖຳໃນປະຈຸບັນແມ່ນ ອັງກິດ ແລະ ຕວກກີ. ອັງກິດໃຫ້ຮູ້ວ່າ: ຈະສະຫງວນໃຫ້ ອີຣັກ ບ້ວງສິນເຊື່ອມີມູນຄ່າເຖິງ 1 ຕື້ USD/ປີ ໃນໜຶ່ງທົດສະວັດ. ຕວກກີ ປະກາດ ຈະສະໜອງບ້ວງເງິນກູ້ຢຶມ ແລະ ເງິນລົງທຶນມີມູນຄ່າ 5 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ