ປະເທດແດນມາກຈະມີລັດຖະບານສຳພັນທະມິດໃໝ່

ປະເທດແດນມາກຈະມີລັດຖະບານສຳພັນທະມິດໃໝ່ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແດນ​ມາກ Lars Loekke Rasmusse 

(vovworld) –  ​ວ​ັນ​ທີ 27/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແດນ​ມາກ Lars Loekke Rasmusse ໃຫ້​ຮູ້​ວ່າ: ພັກ​ເສ​ລີ​ຂອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃໝ່​ດ້ວຍ 2 ພັກ​ທີ່​ແຕກ​ຕ່າງ​ກັນ. ພາຍຫຼັງ​ການ​ພົບ​ປະ​ກັບ​ບັນ​ດາ​ການ​ນຳ​ຂອງ​ພັກ​ສ​ຳ​ພັນ​ທະ​ມິດ​ເສ​ລີ​ກາງ​ຂວາ ແລະ ພັກ​ນິ​ຍົມ​ຮັກ​ສາ​ເດີມ, ທ່ານ Lars Loekke Rasmusse ຢັ້ງ​ຢືນວ່າ​ສຳ​ພັນ​ທະ​ມິດ​ລະ​ຫວ່າງ 3 ພັກ ຈະ​ຊ່ວຍ​ໃຫ້ ແດນ​ມາກ ມີ​​ຄວາມ​ເສ​ລີ, ຮັ່ງ​ມີ ແລະ ມ​ີ​ຄວາມ​ປອດ​ໄພ​ກ່​ວາ. ຄາດ​ວ່າ, ລັດ​ຖະ​ບານ​ໃໝ່​ຈະ​ສາ​ບານ​ຕົວ​ເຂົ້າ​ດ​ຳ​ລົງ​ຕຳ​ແໜ່ງ​ໃນ​ວັນ​ທີ 28/11.

        ນັບ​ແຕ່​ການ​ເລ​ືອກ​ຕັ້ງ​ໃນ​ປີ 2015, ລັດ​ຖະ​ບານ​ ແລະ ພັກ​ເສ​ລີ​ເດ​ີນ​ຕາມ​ແນວ​ທາງ​ກາງ​ຂວາ​ຂອງ​ທ່ານ Lars Loekke Rasmusse, ຮັກ​ສາ​ພຽງ 34 ໃນ​ຈຳ​ນວນ 179 ທີ່​ນັ່ງ​ໃນ​ສະ​ພາ​ແຫ່ງ​ຊາດ ແດນ​ມາກ. ດັ່ງ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Lars Loekke Rasmusse ​ຈຳ​ເປັນຕ້ອງ​ຮ່ວມ​ສ​ຳ​ພັນ​ກັບ​ບັນ​ດາ​ພັກ​ຝ່າຍ​ອື່ນໆ​ເພື່ອ​ສ້າງ​ຕັ້ງ​ລັດ​ຖະ​ບານ​ສຳ​ພັ​ນ​ທະ​ມິດ, ​ເພື່ອຫຼີກ​ລ້ຽງ​ໃຫ້ ແດນ​ມາກ ດຳ​ເນີນ​ການ​ເລືອກ​ຕັ້ງ​ຄັ້ງ​ໃໝ່​ຕື່ມ​ອີກ.


ຕອບກັບ

ຂ່າວ/ບົດ​ອື່ນ