ປະແລດສະຕີນສະເໜີສືບສວນສອບສວນອິດສະຣາແອນກ່ຽວກັບໂທດກຳສົງຄາມ
ທ່ານລັດຖະມົນຕີການຕ່າງປະເທດ ປາແລດສະຕີນ Rial al – Maliki
(ພາບ: telegraph)
(vovworld) - ວັນທີ 5/8, ທ່ານລັດຖະມົນຕີການຕ່າງປະເທດ ປາແລດສະຕີນ Rial al – Maliki ລົງຢ້ຽມຢາມສຳນັກງານສານອາຍາສາກົນ (ICC) ຢູ່ປະເທດ ໂຮນລັງເພື່ອຮຽກຮ້ອງໃຫ້ເປີດວາລະສານພິພາກສາ ອິດສະຣາແອນ ກ່ຽວກັບໂທດສົງຄາມໃນການປະທະກັນເກືອບ 1 ເດືອນຢູ່ເຂດ ກາຊາ. ການຢ້ຽມຢາມຂອງທ່ານ al – Maliki ຖືກດຳເນີນພາຍຫຼັງ ອິດສະຣາແອນ ແລະ ກຸ່ມປະກອບອາວຸດ ຮາມາດ ຂອງ ປາແລດສະຕີນ ບັນລຸໄດ້ຂໍ້ຕົກລົງຢຸດຍິງຊົ່ວຄາວເປັນເວລາ 72 ຊົ່ວໂມງໂດຍເປັນ ອີຢິບ ເປັນຄົນກາງພຽງ 2, 3 ຊົ່ວໂມງເທົ່ານັ້ນ. ເຖິງຢ່າງໃດກໍ່ຕາມ, ຍ້ອນວ່າ ອິດສະຣາແອນ ບໍ່ແມ່ນສະມາຊິກຂອງ ICC ດັ່ງນັ້ນສານນີ້ບໍ່ມີສິດສືບສວນສອບສວນກ່ຽວກັບຄຳກ່າວຫາດັ່ງກ່າວ. ICC ພຽງແຕ່ມີສິດໃນກໍລະນີສະພາຄວາມໝັ້ນຄົງ ສປຊ ຍົກອອກມະຕິ, ແຕ່ແນ່ນອນວ່າ ມະຕິຄືແນວນັ້ນຈະຖືກ ອາເມລິກາ - ພັນທະມິດຍຸທະສາດຂອງ ອິດສະຣາແອນ - ຄັດຄ້ານ.
ກ່ອນນັ້ນໜຶ່ງວັນ, ອົງການອະໄພຍະໂທດສາກົນໃຫ້ຮູ້ວ່າ: ມີບັນດາພະຍານຫຼັກຖານກ່ຽວກັບໂທດກຳສົງຄາມຂອງທັງ ອິດສະຣາແອນ ແລະ ປາແລດສະຕີນ, ພ້ອມທັງຢືນຢັນວ່າຈະມີການສືບສວນສອບສວນຂອງ ICC ແມ່ນຈຳເປັນທີ່ສຸດເພື່ອສະກັດກັ້ນບັນດາໂທດດັ່ງກ່າວ.