ປາ​ຣາກວາຍ ມີ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຢ່າງ​ເປັນ​ທາງ​ການ

(VOVWORLD) - ທ່ານປະທານາທິບໍດີຄົນໃໝ່ Santiago Pena ໄດ້ໃຫ້ຄຳໝັ້ນສັນຍາ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ປາຣາກວາຍ ໂດຍຜ່ານມາດຕະການປັບປຸງລະບົບການສຶກສາ, ສາທາລະນະສຸກ ແລະ ການປ້ອງກັນຄວາມສະຫງົບ ຢູ່ປະເທດ ອາເມລິກາ ໃຕ້ນີ້. 
ປາ​ຣາກວາຍ ມີ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານ Santiago Pena (ຜູ້ຢູ່ໃຈກາງ) ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ປາຣາກວາຍ (ພາບເອກະສານ:  AFP/TTXVN)

ປະທານາທິບໍດີ ປາຣາກວາຍ ຜູ້ທີ່ຊະນະໃນການເລືອກຕັ້ງ, ທ່ານ Santiago Pena ໄດ້ສາບານຕົວຮັບດຳລົງຕຳແໜ່ງໃນວັນທີ 15 ສິງຫາ ຢູ່ ນະຄອນຫຼວງ Asuncion ດ້ວຍການເຂົ້າຮ່ວມຂອງການນຳບາງປະເທດ ແລະ ເຂດແຄວ້ນໃນພາກພື້ນ ແລະ ໃນໂລກ.

        ກ່າວຄຳເຫັນທີ່ພິທີສາບານຕົວຮັບດຳລົງຕຳແໜ່ງ, ທ່ານປະທານາທິບໍດີຄົນໃໝ່ Santiago Pena ໄດ້ໃຫ້ຄຳໝັ້ນສັນຍາ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ປາຣາກວາຍ ໂດຍຜ່ານມາດຕະການປັບປຸງລະບົບການສຶກສາ, ສາທາລະນະສຸກ ແລະ ການປ້ອງກັນຄວາມສະຫງົບ ຢູ່ປະເທດ ອາເມລິກາ ໃຕ້ນີ້. ທ່ານ ກໍເນັ້ນໜັກວ່າ ລັດຖະບານໃໝ່ ຈະມານະພະຍາຍາມ ແກ້ໄຂບັນດາບັນຫາຮ້ອນເຮັງ ຂອງປະເທດ ຄື ໄພສໍ້ລາດບັງຫຼວງ ແລະ ເພີ່ມທະວີການຕ້ານໄພອຶດຫິວ, ທຸກຍາກ, ເຊິ່ງພວມສົ່ງຜົນກະທົບຕໍ່ປະຊາຊົນ ປາຣາກວາຍ ເກືອບ  25%.

ຕອບກັບ

ຂ່າວ/ບົດ​ອື່ນ