(vovworld) - ວັນທີ 30 ຕຸລາ, ປາແລດສຕິນ ໄດ້ກ່າວປະນາມອິດສຣາແອນ ໄດ້ທຳລາຍວິວັດການສັນຕິພາບຢູ່ຕາເວັນອອກກາງ ເມື່ອມີແຜນການສ້າງເຮືອນປະຈຳຖິ່ນຕື່ມອີກໃຫ້ຊາວ ຢີວ ຢູ່ເຂດເຢຣູຊາແອນຕາເວັນອອກ. ໂຄສົກຂອງປະທານາທິບໍດີປາແລດສຕິນ Mahmoud Abbas, ທ່ານ Nabik Abu Rdineh ໃຫ້ຮູ້ວ່າ ນະໂຍບາຍສ້າງເຂດຖິ່ນຖານຄົງທີ່ດັ່ງກ່າວໄດ້ທຳລາຍວິວັດການສັນຕິພາບ, ເຮັດໃຫ້ປາແລດສຕິນ ແລະ ບັນດາປະເທດອາຣັບ ຂາດຄວາມເຊື່ອໝັ້ນຕໍ່ຄວາມສາມາດສ້າງສັນຕິພາບຂອງອຳນາດການປົກຄອງອິດສຣາແອນ. ກ່ອນໜ້ານັ້ນ, ຄໍ່າຄືນວັນທີ 29 ຕຸລາ, ທ່ານນາຍົກລັດຖະມົນຕີ ອິດສຣາແອນ Benjamin Netanyahu ແລະ ທ່ານລັດຖະມົນຕີກະຊວງພາຍໃນ Gideon Sa’ar ໄດ້ຮັບຮອງເອົາແຜນການກໍ່ສ້າງເຮືອນຢູ່ 1.500 ຫຼັງຢູ່ເຂດຖິ່ນຖານຄົງທີ່ຢູ່ເຢຣູຊາແອນຕາເວັນອອກ.