ປາແລັດສະຕິນຮຽກຮ້ອງໃຫ້ເອີລົບຮັບຮອງລັດປາແລັດສະຕິນ

(VOVWORLD) -ທ່ານປະທານາທິບໍດີປາແລັດສະຕິນ Mahmoud Abbas ຮຽກຮ້ອງບັນດາປະເທດອີຢູ ຮັບຮອງລັດປາແລັດສະຕິນ ເອກະລາດ ໂດຍອີງໃສ່ເສັ້ນຊາຍແດນປີ 1967 ກັບນະຄອນຫຼວງແມ່ນ Jerusalem ຕາເວັນອອກ.

ປາແລັດສະຕິນຮຽກຮ້ອງໃຫ້ເອີລົບຮັບຮອງລັດປາແລັດສະຕິນ - ảnh 1 ທ່ານປະທານາທິບໍດີປາແລັດສະຕິນ Mahmoud Abbas

(ພາບ: Reuters)

ວັນທີ 30 ພະຈິກ, ອຳນາດການປົກຄອງປາແລັດສະຕິນ ໄດ້ມານະພະຍາຍາມເກ້ຍກ່ອມໃຫ້ທຸກປະເທດສະມາຊິກສະຫະພາບເອີລົບ (ອີຢູ) ຮັບຮອງລັດປາແລັດສະຕິນ ເພື່ອແນໃສ່ຕອບຄືນບັນດານະໂຍບາຍ ແລະ ຂໍ້ຕົກລົງຂອງອາເມລິກາ ແລະ ອິດສະຣາແອັນ ທີ່ກ່ຽວຂ້ອງເຖິງການປະທະກັນລະຫວ່າງອິດສະຣາແອັນ ແລະ ປາແລັດສະຕິນ. ທີ່ການຕ້ອນຮັບທ່ານ Miguel Moratinos, ຜູ້ຕາງໜ້າຂັ້ນສູງຂອງສຳພັນທະມິດບັນດາພື້ນຖານສີວິໄລສະຫະປະຊາຊາດ (UNAOC) ຢູ່ Ramallah, ທ່ານປະທານາທິບໍດີປາແລັດສະຕິນ Mahmoud Abbas ຮຽກຮ້ອງບັນດາປະເທດອີຢູ ຮັບຮອງລັດປາແລັດສະຕິນ ເອກະລາດ ໂດຍອີງໃສ່ເສັ້ນຊາຍແດນປີ 1967 ກັບນະຄອນຫຼວງແມ່ນ Jerusalem ຕາເວັນອອກ. ນັບແຕ່ເມື່ອທ່ານປະທານາທິບໍດີອາເມລິກາ Donald Trump ຕົກລົງຮັບຮອງ Jerusalem ແມ່ນນະຄອນຫຼວງຂອງອິດສະຣາແອັນ, ບັນດາເຈົ້າໜ້າທີ່ PA ໄດ້ດຳເນີນບັ້ນເຄື່ອນໄຫວດ້ານການທູດເພື່ອແນໃສ່ເກ້ຍກ່ອມອີຢູ ຮັບຮອງລັດອິດສະຣາແອັນ ເອກະລາດ ແລະ ນະຄອນຫຼວງແມ່ນ Jerusalem ຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ