ປ່ຽນໃຫມ່ວຽກງານການສື່ສານ​ການຕ່າງປະເທດໃນໄລຍະໃຫມ່

(VOVWORLD) -ວັນທີ  31 ພຶດສະພາ, ຢູ່ ສຳນັກງານວິທະຍຸກະຈາຍສຽງຫວຽດນາມ ເຮືອນເລກທີ 58 ຖະຫນົນ ກວານຊື ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ຄະນະຊີ້ນຳວຽກງານການສື່ສານຕ່າງປະເທດ ໄດ້ຈັດຕັ້ງ ພິທີມອບລາງວັນທົ່ວປະເທດກ່ຽວກັບການສື່ສານການຕ່າງປະເທດປີ 2016.
 ປ່ຽນໃຫມ່ວຽກງານການສື່ສານ​ການຕ່າງປະເທດໃນໄລຍະໃຫມ່ - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ, ທ່ານ ຫວໍວັນເຖືອງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ, ຫົວຫນ້າຄະນະຊີ້ນຳວຽກງານການສື່ສານການຕ່າງປະເທດມອບລາງວັນໃຫ້VOV5

ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ, ທ່ານ ຫວໍວັນເຖືອງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ, ຫົວຫນ້າຄະນະຊີ້ນຳວຽກງານການສື່ສານການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ເຂົ້າຮ່ວມພິທີ.

ກ່າວຄຳເຫັນນະພິທີມອບລາງວັນ, ທ່ານ ຫວໍວັນເຖືອງ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ, ຫົວຫນ້າຄະນະຊີ້ນຳວຽກງານການສື່ສານຕ່າງປະເທດ ຢືນຢັນເຖິງບົດບາດສຳຄັນຂອງການສື່ສານການຕ່າງປະເທດໃນໄລຍະໃຫມ່, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ, ປັບປຸງ ແລະ ເປີດກວ້າງການພົວພັນຂອງຫວຽດນາມກັບບັນດາປະເທດ, ເພີ່ມທະວີຄວາມສະຫນິດຕິດພັນຂອງປະຊາຄົມຊາວຫວຽດນາມກໍຄືການສະຫນັບສະຫນູນຂອງເພື່ອນມິດ ແລະ ປະຊາຄົມສາກົນຕໍ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານ ຫວໍວັນເຖືອງ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ, ຫົວຫນ້າຄະນະຊີ້ນຳວຽກງານການສື່ສານຕ່າງປະເທດ ສະເຫນີວ່າ:

        “ໃນໄລຍະຈະມາເຖິງ, ວຽກງານການສື່ສານການຕ່າງປະເທດຄວນສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ເປັນເຈົ້າການ, ຕັ້ງຫນ້າຜັນຂະຫຍາຍຕາມທິດປະສິດທິຜົນ, ແທດຈິງ, ເພີ່ມທະວີແຫ່ລງກຳລັງ, ເປີດກວ້າງຂອບເຂດ, ເປົ້າໝາຍ, ບໍລິເວນ ເພື່ອແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ, ປະຕິບັດຫນ້າທີ່ຂອງພັກ, ລັດມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນສ້າງເງື່ອນໄຂສະດວກເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ເປັນເຈົ້າການ, ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນເພື່ອພັດທະນາປະເທດຊາດ. ຂ້າພະເຈົ້າສະເຫນີ ພະນັກງານເຮັດວຽກງານການສື່ສານການຕ່າງປະເທດ ສືບຕໍ່ປ່ຽນໃຫມ່ກ່ຽວກັບເນື້ອໃນ, ຮູບການ ແລະ ມາດຕະການ ເພື່ອແນໃສ່ເພີ່ມທະວີການຜັນຂະຫຍາຍບັນດາການເຄື່ອນໄຫວການສື່ສານການຕ່າງປະເທດເຖິງບັນດາເປົ້າໝາຍ ແລະ ບໍລິເວນອື່ນ.”

        ເຂົ້າຮ່ວມການເສັງທົ່ວປະເທດກ່ຽວກັບການສື່ສານການຕ່າງປະເທດປີ 2016 ນີ້, ວິທະຍຸກະຈາຍສຽງຫວຽດນາມ ຍາດໄດ້ 7 ລາງວັນ, ໃນນັ້ນ ກຸ່ມນັກຂ່າວຂອງລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ (VOV5) ຍາດໄດ້ລາງວັນທີຫນຶ່ງ ລວມມີ ນັກຂ່າວ ຫງວຽນທິທູຮວາ, ຫວູທິແອງຮ່ວຽນ ແລະ ຫວູເຍີດກີງ ໃນຮູບການກະຈາຍສຽງ ສຳລັບບົດຂຽນ “ເລື່ອງລາວ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ”

ຕອບກັບ

ຂ່າວ/ບົດ​ອື່ນ