ປ່ຽນໃໝ່ກົງຈັກລັດຕາມທິດສ້າງລັດແຫ່ງອຳນາດນິຕິບັນຍັດ

ປ່ຽນໃໝ່ກົງຈັກລັດຕາມທິດສ້າງລັດແຫ່ງອຳນາດນິຕິບັນຍັດ - ảnh 1
ພາບປະກອບ

(vovworld) - ​ວັນ​ທີ 14/3, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຈັດ​ຕັ້ງ “ກອງ​ປະຊຸມ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ”. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ປະກອບຫຼາຍ​ຄຳ​ເຫັນຢັ້ງຢືນ​ບົດ​ບາດ​ນຳພາ​ຂອງ​ພັກ, ບົດ​ບາດ​ຂອງ​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ສິດ​ດຳ​ເນີນ​ທຸລະ​ກິດ​ ​ແລະ ມີເຮືອນ​ຢູ່ຖືກຕ້ອງ​ຕາມ​ກົດ​ໝາຍ​ຂອງ​ພົນລະ​ເມືອງ, ສິດ​ໄດ້​ດຳລົງ​ຊີວິດ, ການ​ແບ່ງງານ, ການສົມທົບ​ກັນ, ກວດກາຄຸ້ມຄອງລະຫວ່າງ​ບັນດາ​ອົງການ​ແຫ່​ງລັດ​ໃນ​ການ​ປະຕິບັດ​ບັນດາ​ສິດອຳນາດ​ນິຕິບັນຍັດ, ອຳນາດ​ບໍລິຫານ, ອຳ​ນາດຕຸລາການ.​​..​ ຊີ້​ແຈ້ງ​ບັນດາ​ຈຸດ​ພົ້ນ​ເດັ່ນ​ໃນ​ເນື້ອ​ໃນ​ຂອງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ທ່ານ​ສາດສະດາຈານ ​ເຈີ່ນ​ງອກ​ເດື່ອງ, ອະ​ດິດຮອງ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຊີ້​ແຈງ​ວ່າ:

“ຕາມ​ຂ້າພະ​ເຈົ້າ​ແລ້ວ, ຈຸດ​ໃໝ່​ແມ່ນ​ກົງຈັກ​ລັດ​ຂອງ​ພວກ​ເຮົາ​ສືບ​ຕໍ່​ປ່ຽນ​ໃໝ່​ຕາມ​ທິດສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ. ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດ​ແຫ່ງ​ການ​ສ້າງ​ລັດຖະທຳ​ມະນູນ, ລັດຖະທຳ​ມະນູນ​ປີ 1992 ທີ່​ພວມ​ປະກາດ​ໃຊ້​ໃນ​ປະຈຸ​ບັນ ​ໄດ້​ປະກົດ ມີຕົວ​ໜັງສື​ 6 ຕົວ​ໃນ​ມາດຕາ 2 ນັ້ນ​ແມ່ນ: ອຳນາດ​ນິຕິບັນຍັດ, ອຳນາດ​ບໍລິຫານ ​ແລະ ອຳນາດຕຸລາການ, ​ແຕ່​ຢູ່​ບັນດາ​ພາກ​ຕາມຫຼັງ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ກົນ​ຈັກ​ພັດບໍ່ຊີ້​ແຈ້ງອົງການ​ໃດ​ແມ່ນ​ອົງການ​ສ້າງ​ກົດໝາຍ, ​ອົງການ​​ໃດປະຕິບັດ​ກົດໝາຍ ​ແລະ ອົງການ​ໃດ​ແມ່ນ​​ອົງການ​ຕຸລາການ. ​ແຕ່​ໃນຮ່າ​ງລັດຖະທ​ຳມະນູນ ສະບັບ​ປັບປຸງ ​ໄດ້​ຊີ້​​ແຈງອົງການ​ປະຕິບັດ​ບັນດາສິດ​ດັ່ງ​ກ່າວ. ນັ້ນ​ແມ່ນ, ສະພາ​ແຫ່ງ​ຊາດ ​ແມ່​ນອົງການ​ສ້າງ​ກົດໝາຍ, ລັດຖະບານ ​ແມ່ນ​ອົງການປະຕິບັດ​ກົດ​ໝາຍ ​ແລະ ສານ​ປະຊາຊົນ​ປະຕິບັດ​ສິດ​ຕຸ​ລະກາ​ນ. ​ເລື່ອງ​ກຳນົດ ​ແລະ ຊີ້​​ແຈ້ງຢ່າງ​ລະອຽດ​​ບົດບາດ​ຂອງ​ແຕ່​ລະ​ອົງການ​ດັ່ງກ່າວ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ​ແມ່ນ​ພື້ນຖານເພື່ອ​​ແບ່ງ​ໜ້າ​ທີ່​ສິດ​ອຳນາດຂອງ​ບັນດາ​ອົງການ​ໃນ​ກົງ​ຈັກລັດ, ​ເຮັດ​​ແຈ້ງ​ຄວາມ​ຮັບຜິດຊອບ​ຂອງ​ແຕ່​ລະ​ອົງການ. ນັ້ນ​​ແມ່ນ​ບາດ​ກ້າວ​ອັນໃຫຍ່​ຫຼວງ”

 

 

 

ຂ່າວ/ບົດ​ອື່ນ