ຜູ້​ຕາງ​ໜ້າ ສ.ເກົາຫຼີ - ອາ​ເມ​ລິ​ກາ ໂຮມ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ການຜັນ​ແປ​ໃໝ່​ຢູ່​ແຫຼມ​ເກົາຫຼີ

(VOVWORLD) -ວັນທີ 5 ມິຖຸນາ, ຜູ້ຕາງໜ້າດ້ານນິວເຄຼຍແຖວໜ້າຂອງ ສ.ເກົາຫຼີ ແລະ ອາເມລິກາໄດ້ດຳເນີນກອງປະຊຸມດ່ວນຢູ່ ນະຄອນຫຼວງ Seoul, ພາຍຫຼັງ ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີຫຼາຍລູກ ອອກສູ່ເຂດທະເລທາງທິດຕາເວັນອອກແຫຼມເກົາຫຼີ ພຽງແຕ່ 2 – 3 ຊົ່ວໂມງ.
ຜູ້​ຕາງ​ໜ້າ ສ.ເກົາຫຼີ - ອາ​ເມ​ລິ​ກາ ໂຮມ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ການຜັນ​ແປ​ໃໝ່​ຢູ່​ແຫຼມ​ເກົາຫຼີ - ảnh 1ເຫດຍິງທົດລອງລູກສອນໄຟຂອງ ສປປ.ເກົາຫຼີ (ພາບ:  AFP/TTXVN)

ໃນກອງປະຊຸມໂດຍກົງຄັ້ງທີ 2 ທີ່ໄດ້ດຳເນີນໃນ ເວລາ 2 – 3 ຊົ່ວໂມງ, ທ່ານ Kim Gunn ທູດພິເສດ ສ.ເກົາຫຼີ ກ່ຽວກັບບັນຫາສັນຕິພາບ ແລະ ຄວາມໝັ້ນຄົງ ຢູ່ແຫຼມເກົາຫຼີ ໄດ້ປຶກສາຫາລືກັບຄູ່ຕຳແໜ່ງ ອາເມລິກາ Sung Kim ກ່ຽວກັບການຜັນແປໃໝ່ນີ້.

ກ່ອນໜ້ານັ້ນ, ໃນວັນທີ 3 ມິຖຸນາ, ທ່ານ Sung Kim ໄດ້ມີການປຶກສາຫາລືສາມຝ່າຍກັບຄູ່ຕຳແໜ່ງ ສ.ເກົາຫຼີ ແລະ ຍີ່ປຸ່ນ ຢູ່ເຊີອູນ ເພື່ອແນໃສ່ເກັຍກອມ ພຽງຢາງ ກັບຄືນສູ່ໂຕະເຈລະຈາ. ພາຍຫຼັງເຫດຍິງທົດລອງອາວຸດຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ, ການນຳສາມປະເທດ ສ.ເກົາຫຼີ - ອາເມລິກາ - ຍີ່ປຸ່ນ ໄດ້ດຳເນີນການໂອ້ລົມທາງໂທລະສັບ, ໃນນັ້ນ 3 ຝ່າຍລ້ວນແຕ່ສະແດງຄວາມວິຕົກກັງວົນຕໍ່ການກະທຳຂອງພຽງຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ