ຜູ້ຕາງໜ້າການນຳພັກ ແລະ ລັດ ລົງຢ້ຽມຢາມ ແລະ ອວຍພອນສະມາຄົມສາສະໜາໂປແຕັສຕັງ ຫວຽດນາມ (ພາກເໜືອ)

(VOVWORLD) -ທ່ານນາງ ບຸ່ຍທິມິນຮ່ວາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກໄດ້ສົ່ງຄຳອວຍພອນເຖິງບັນດາສາສະນິກກະຊົນຂອງສາສະໜາໂປແຕັສຕັງ ໃນໂອກາດວັນບຸນຄຼິດສມາດ ໃຫ້ມີສຸຂະພາບເຂັ້ມແຂງ ແລະ ຄວາມສຸກ
ຜູ້ຕາງໜ້າການນຳພັກ ແລະ ລັດ ລົງຢ້ຽມຢາມ ແລະ ອວຍພອນສະມາຄົມສາສະໜາໂປແຕັສຕັງ ຫວຽດນາມ (ພາກເໜືອ) - ảnh 1ນາງ ບຸ່ຍທິມິນຮ່ວາຍ ພ້ອມກັບບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ

      ເນື່ອງໃນໂອກາດວັນບຸນຄຼິດສະມາດ ຄສ 2022, ຕອນບ່າຍວັນທີ 20 ທັນວາ, ຄະນະຜູ້ຕາງໜ້າ ການນຳພັກ, ລັດ ແລະ ແນວໂຮມປະເທດຊາດຫວຽດນາມ ໂດຍທ່ານນາງ ບຸ່ຍທິມິນຮ່ວາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ສະມາຄົມສາສະໜາໂປແຕັສຕັງ ຫວຽດນາມ (ພາກເໜືອ) ແລະ ບາດຫຼວງ ບຸຍວັນສານ ປະທານສະມາຄົມ ຢູ່ຮ່າໂນ້ຍ. ນະທີ່ນີ້, ທ່ານນາງ ບຸ່ຍທິມິນຮ່ວາ ໄດ້ສົ່ງຄຳອວຍພອນເຖິງບັນດາສາສະນິກກະຊົນຂອງສາສະໜາໂປແຕັສຕັງ ໃນໂອກາດວັນບຸນຄຼິດສມາດ ໃຫ້ມີສຸຂະພາບເຂັ້ມແຂງ ແລະ ຄວາມສຸກ. ທ່ານນາງ ບຸ່ຍທິມິນຮ່ວາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ  ເວົ້າວ່າ :

       “ຂ້າພະເຈົ້າຫວັງວ່າ ດ້ວຍມູນເຊື້ອ ອັນດີງາມຂອງສາສະໜາ, ບັນດາບາດຫຼວງ, ການນຳສະມາຄົມສືບຕໍ່ສາມັກຄີ, ຊຸກຍູ້, ນຳພາບັນດາສາສະນິກກະຊົນສາສະໜາໂປແຕັສຕັງ ຍຶດໝັ້ນປະຕິບັດແຜນນະໂຍບາຍແນວທາງຂອງພັກ ແລະ ກົດໝາຍຂອງລັດ ແລະ ສືບຕໍ່ຂົນຂວາຍປະຊາຊົນເຂົ້າຮ່ວມບັນດາຂະບວນການຢູ່ເຂດຊຸມຊົນ, ຮ່ວມກັນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ແລະ ຊ່ວຍເຫຼືອເຊິ່ງກັນແລະກັນຜ່ານຜ່າຄວາມຫຍຸ້ງຍາກ”

ຕອບກັບ

ຂ່າວ/ບົດ​ອື່ນ