ຜູ້ຖືກສົງໄສຄົນໜຶ່ງໄດ້ຮັບການປ່ອຍຕົວ

ຜູ້ຖືກສົງໄສຄົນໜຶ່ງໄດ້ຮັບການປ່ອຍຕົວ - ảnh 1
(ພາບປະກອບ: Bangkok Post)

(vovworld) – ວັນ​ທີ 20/08, ຕຳຫຼວດ​ໄທ ​ໄດ້​​ສໍ້​ຖາມ ​ແລະ ຫຼັງ​ຈາກ​ນັ້ນ​ໄດ້​ປ່ອຍ​ຕົວ​ໃຫ້​ຜູ້​ຖືກ​ສົງ​ໄສ​ຄົນໜຶ່ງ ​​​ໃນ​ເຫດ​ວາງ​ລະ​ເບີດ​ຢູ່​​ໃຈ​ກາງ​ນະ​ຄອນຫຼວງບາງກອກ ​ໃນ​ຕອນ​ຄໍ່າ​ວັນ​ທີ 17/08. ​ໂຄສົກ​ຕຳຫຼວດ​​ໄທ ພະວຸດ ຖາວອນ​ສີ້ຣີ້ ​ໃຫ້​ຮູ້​ວ່າ, ຜູ້​ຊາ​ຍຄົນ​ນີ້​ມາ​ຈາກ ສຽງ​ໄໝ ​ໄດ້​ກ່າຍ​ເປັນ​ຜູ້​ຖືກ​ສົງ​ໄສ ພາຍຫຼັງພົບ​ເຫັນ​ໃນ​ ກາ​ເມຣາ ປ້ອງ​ກັນ​ຄວາ​ມສະຫງົບ. ​ຜູ້​ນີ້​ໄດ້ສະ​ເໜີ​ຕົວຢູ່​ປ້ອມ​ຕຳຫຼວດ ​ແລະ ​ໄດ້ຮັບ​ການ​ປ່ອຍ​ຕົວພາຍຫຼັງ​ຖືກ​ສໍ້​ຖາມ. ​ໃນ​ຂະນະ​ນັ້ນ, ຜູ້​ຖືກ​ສົງ​ໄສ​ທີ 2 ມາ​ຈາກ​ຈີນ, ​ໄດ້​ເດີນທາງ​ອອກ​ຈາກປະ​ເທດໄທ ພາຍຫຼັງ​​​ເກີດເຫດ​ວາງ​ລະ​ເບີດ​ໜຶ່ງ​ວັນ, ​ແຕ່​ທ່ານ ພະວຸດ ຖາວອນ​ສີ້ຣີ້ ຖື​ວ່າ, ຜູ້​ນີ້​ບໍ່​​ກ່ຽວຂ້ອງເຖິງເຫດ​ວາງ​ລະ​ເບີດດັ່ງກ່າວ.

ຂ່າວ/ບົດ​ອື່ນ