ຜັນຂະຫຍາຍການຮັບເອົາຄຳເຫັນປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຄັ້ງທີ 2

ຜັນຂະຫຍາຍການຮັບເອົາຄຳເຫັນປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຄັ້ງທີ 2 - ảnh 1
ພາບປະກອບ

(​vovworld) – ວັນ​ທີ 8/5, ຄະນະ​ຊີ້​ນຳ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ແຂວງ ຊອກ​ຈັງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ການຮັບ​ເອົາ​ຄຳ​ເຫັນ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ ປີ 1992 ຄັ້ງ​ທີ 2 ​ໃຫ້​ແກ່​ບັນດາ​ພະນັກງານ, ສະມາຊິກ​ຄະນະ​ຊີ້​ນຳ​ຂັ້ນ​ແຂ​ວງ, ​ເມືອງ, ​ເທດສະບານ ​ແລະ ນະຄອນ. ໝາກຜົນ​ຄັ້ງ​ທີ 1 ​ໃນ​ທ່ົວ​ບໍລິ​ເວນ​ແຂວງ ຊອກ​ຈັງ, ຄະນະ​ຊີ້​ນຳ​ແຂວງ​ຊອກ​ຈັງ ​ໄດ້​ຮັບຮອງ​ກ່ວາ 70.000 ​ຄຳ​ເຫັນປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຈາກ​ບັນດາ​ອົງການ, ສ່ວນບຸກຄົນ​ໃນ​ແຂວງ. ບົນ​ຈິດ​ໃຈ​ນັ້ນ, ຄະນະ​ຊີ້​ນຳ​ສືບຕໍ່ຜັນ​ຂະຫຍາຍ​ການ​ຮັບ​ເອົາ​ຄຳ​ເຫັນ​ຄັ້ງ​ທີ 2 ​ເພື່ອ​ສ​້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ອົງການ​ສັງຄົມ​ຕ່າງໆ​ສືບ​ຕໍ່ປະກອບ​ຄຳ​ເຫັນ​ສະ​ແດງ​ທັດສະນະ​ຂອງຕົນ​ຜ່ານ​ບັດ​ຮັບ​ເອົາ​​ຄຳ​ເຫັນ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ ສະບັບ​ປັບປຸງ, ປະກອບສ່ວນ​ສ້າງ​ສຳ​ເລັດ​ລັດຖະທຳ​ມະນູນ ກໍ່​ຄື​ລະບົບ​ກົດໝາຍຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ