ຜັນ​ຂະ​ຫຍາຍ​ໂຄງ​ການ​ໜູນ​ຊ່ວຍດອກ​ເບ້ຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຢ່າງ​ທັນ​ການ, ມີ​ປະ​ສິດ​ທິ​ຜົນ, ຖືກ​ຕ້ອງ​ການ​ການ​ກຳ​ນົດ

(VOVWORLD) -  ຕອນບ່າຍວັນທີ 17 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ຈັດກອງປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບການຜັນຂະຫຍາຍບ້ວງເງິນໜູນຊ່ວຍດອກເບ້ຍ 2% ຕໍ່ວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ.
ຜັນ​ຂະ​ຫຍາຍ​ໂຄງ​ການ​ໜູນ​ຊ່ວຍດອກ​ເບ້ຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຢ່າງ​ທັນ​ການ, ມີ​ປະ​ສິດ​ທິ​ຜົນ, ຖືກ​ຕ້ອງ​ການ​ການ​ກຳ​ນົດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ສະເໜີໃຫ້ບັນດາກະຊວງ, ຂະແໜງການດຳເນີນການສຳຫຼວດກວດກາຄືນບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂະແໜງອາຊີບ, ເປົ້າໝາຍໄດ້ຊົມໃຊ້, ເງື່ອນໄຂກູ້ຢືມ…ເພື່ອປັບປຸງຢ່າງທັນການ, ທະນາຄານແຫ່ງລັດຕ້ອງເປັນເຈົ້າການກຳແໜ້ນສະພາບການຈາກຂັ້ນຮາກຖານ, ຖ້າກວດພົບຄວາມຫຍຸ້ງຍາກ, ຂໍ້ຕິດຂັດຕ້ອງມີວິທີການແກ້ໄຂຕາມສິດອຳນາດຂອງຕົນຢ່າງທັນການ, ຫຼືສະເໜີຂັ້ນທີ່ມີສິດອຳນາດພິຈາລະນາ, ຕັດສິນ. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກໍ່ມອບໝາຍໃຫ້ທະນາຄານແຫ່ງລັດແຕ່ງຕັ້ງຄະນະປະຕິບັດງານ (ໂດຍມີການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ) ໂດຍໄວ ເພື່ອດຳເນີນການສຳຫຼວດສະພາບການຜັນຂະຫຍາຍປະຕິບັດຂອງບັນດາທະນາຄານການຄ້າ, ກຳແໜ້ນບັນດາບັນຫາທີ່ໄດ້ວາງອອກໃນຕົວຈິງ ເພື່ອມີມາດຕະການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງຮາກຖານຢ່າງທັນການ. ໄປຄຽງຄູ່ກັນນັ້ນ, ທະນາຄານແຫ່ງລັດກໍ່ສືບຕໍ່ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ, ຍູ້ແຮງວຽກງານຖະແຫຼງຂ່າວໂຄສະນາ ເພື່ອຜັນຂະຫຍາຍໂຄງການໜູນຊ່ວຍດອກເບ້ຍໃຫ້ແກ່ວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ ຢ່າງທັນການ, ມີປະສິດທິຜົນ, ຖືກຕ້ອງຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ