ຜູ້​ບັນ​ຊາ​ການໃຫຍ່ກອງ​ທັບ​ ຊູ​ດັງ ເດີນ​ທາງ​ໄປ​ຍັງ ອີ​ຢິບ

(VOVWORLD) - ພົນຕີ Abdel Fattah al – Burhan ຜູ້ບັນຊາການໃຫຍ່ກຳລັງປະກອບອາວຸດ ຊູດັງ, ປະທານສະພາອະທິປະໄຕ ຊູດັງ, , ວັນທີ 29 ສິງຫາ, ໄດ້ເດີນທາງໄປຍັງ ອີຢິບ ເຊິ່ງເປັນການເດີນທາງໄປຕ່າງປະເທດຄັ້ງທຳອິດ ນັບແຕ່ເມື່ອເກີດການປະທະກັນລະຫວ່າງກອງທັບ ກັບກຸ່ມເຄິ່ງການທະຫານປໍລະປັກ “ກຳລັງປະຕິກິລິຍາໄວ” (RSF) ເມື່ອເດືອນ ເມສາ ຜ່ານມາ.
ຜູ້​ບັນ​ຊາ​ການໃຫຍ່ກອງ​ທັບ​ ຊູ​ດັງ ເດີນ​ທາງ​ໄປ​ຍັງ ອີ​ຢິບ - ảnh 1ພົນຕີ Abdel Fattah al-Burhan, ໃນການຢ້ຽມຢາມຖານທີ່ໝັ້ນການທະຫານ Flamingo ໃນວັນທີ 28/8/2023 (ພາບ: AFP/TTXVN)

ກ່າວຄຳເຫັນໃນການພົບປະເຈລະຈາກັບທ່ານພົນຕີ Abdel Fattah Al – Burhan ຢູ່ນະຄອນ New El – Alamein, ທ່ານປະທານາທິບໍດີ ອີຢິບ Abdel Fattah El – Sisi ໄດ້ຢັ້ງຢືນທັດສະນະສະໜັບສະໜູນຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊູດັງ. ສ່ວນທ່ານປະທານສະພາອະທິປະໄຕ ຊູດັງ Abdel Fattah Al-Burhan ໄດ້ຕີລາຄາສູງການຊ່ວຍເຫຼືອຢ່າງຈິງໃຈຂອງ ອີຢິບ ໃນການປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ແລະ ສະຖຽນລະພາບຂອງ ຊູດັງ.  ໃນໄລຍະເວລາປະຫວັດສາດ ເຊິ່ງສອງປະເທດພວມຜ່ານຜ່າ. ການນຳສອງທ່ານກໍໄດ້ປຶກສາຫາລືກ່ຽວກັບສະພາບການຜັນແປຢູ່ ຊູດັງ ແລະ ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມແກ້ໄຂວິກິດການ ແນໃສ່ປ້ອງກັນຄວາມປອດໄພ, ຄວາມໝັ້ນຄົງ ຂອງ ຊູດັງ, ຮັກສາອະທິປະໄຕ, ເອກະພາບ ແລະ ການສະໜິດຕິດພັນຂອງ ລັດ ຊູດັງ, ພ້ອມທັງປົກປ້ອງສິດຜົນປະໂຫຍດ ແລະ ຄວາມປາດຖະໜາຂອງປະຊາຊົນ ຊູດັງ ແມ່ນມຸ່ງເຖິງອະນາຄົດ.

ທ່ານພົນຕີ Abdel Fattah Al – Burhan ຢັ້ງຢືນວ່າ ບັນດາກຳລັງປະກອບອາວຸດບໍ່ຊອກຫາວິທີເພື່ອສືບຕໍ່ກຳອຳນາດ ຫາກຍັງມຸ່ງໄປເຖິງການດຳເນີນຈັດການເລືອກຕັ້ງເສລີ ແລະ ຍຸຕິທຳ. ກອງທັບ ຊູດັງ ຈະມານະພະຍາຍາມເພື່ອປະຕິບັດສຳເລັດເສັ້ນທາງຂ້າມຜ່ານປະຊາທິປະໄຕຈົນຮອດຈຸດເວລາປະຊາຊົນ ຊູດັງເລືອກຕັ້ງໄດ້ການນຳ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ