ຜູ້ປະຈຳການຄະນະເລຂາ Le Hong Anh ຕ້ອນຮັບຄະນະຜູ້ແທນ ສູນກາງແນວລາວສ້າງຊາດ

ຜູ້ປະຈຳການຄະນະເລຂາ Le Hong Anh ຕ້ອນຮັບຄະນະຜູ້ແທນ ສູນກາງແນວລາວສ້າງຊາດ - ảnh 1
ທ່ານ Le Hong Anh, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​​ເລຂາ
ຕ້ອນຮັບ​ທ່ານນາງ ບົວ​ວອນ ອອນ​ຈັນ​ຫອມ
(ພາບ: CP)


(vovworld) -     ຕອນ​ບ່າຍ​ວັນ​ທີ 10/10, ຢູ່​ສຳນັກງານ​ສູນ​ກາງ, ທ່ານ Le Hong Anh, ກຳມະການ​ກົມ​ການ​ເມ​ືອງ, ຜູ້​ປະຈຳການ​ຄະນະ​​ເລຂາ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສູນ​ກາງສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໂດຍ​ທ່ານນາງ ບົວ​ວອນ ອອນ​ຈັນ​ຫອມ, ຮອງ​ປະທານ​ຄະນະ​ກຳມະການທີ່ມາ​ຫວຽດນາມ ​ເຂົ້າ​ຮ່ວມ​​ຊຸດ​ເຝຶກ​ອົບຮົມແລກປ່ຽນ​ບົດຮຽນ​ກ່ຽວ​ກັບວຽກ​ງາ​ນ​ຂົນຂວາຍ​ປະຊາຊົນ. ທີ່​ການ​ຕ້ອນຮັບ, ທ່ານ Le Hong Anh ​ໄດ້​ຢືນຢັນ​ວ່າ ຍາມ​ໃດພັກ, ລັດ ​ແລະ ປະຊາຊົນ​ ຫວຽດນາມ ກໍ​ຖື​ເປັນ​ຄັນ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​ເພື່ອ​ພ້ອມ​ກັບ​ລາວ ຮັກສາ ​ແລະ ​​ເພີ່ມ​ພູນ​ຄຸ​ນສ້າງ​ໃຫ້​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໃຫ້ພັດທະນາ​ຂຶ້ນສູ່​ລະ​ດັບ​ສູງ​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ Le Hong Anh ​ໄດ້​ຕີ​ລາຄາ​ສູງ​ບົດບາດ ​ແລະ ໝາກຜົນ​​ແຫ່ງການ​ຮ່ວມ​ມື​ລະຫວ່າງ​ບັນດາ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ກັບແນວ​ລາວ​ສ້າງ​ຊາດ ​ໃນ​ໄລຍະ​ຜ່ານ​ມາ ​​ເຊິ່ງໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ, ພ້ອມ​ທັງ​ຕີ​ລາຄາ​ສູງ​ເລື່ອງ​ສອງ​ຝ່າຍ​ສົມທົບ​ກັນ​ຈັດຊຸດ​ເຝຶກ​ອົບຮົມ​ແລກປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ທ່ານ Le Hong Anh ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ຫວຽ​ດນາມ ​ແລະ ​ແນວ​ລາວ​ສ້າງ​ຊາດ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນບັນດາ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳຕົວ​ຈິງ​ໃນ​ວຽກ​ງານຂົນຂວາຍ​ປະຊາ​ຊົນ, ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ວຽກ​ງານ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ.

ຂ່າວ/ບົດ​ອື່ນ