ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມສິ້ນສຸດການຢ້ຽມຢາມແລະເຮັດວຽກຢູ່ອາເມລິກາ

ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມສິ້ນສຸດການຢ້ຽມຢາມແລະເຮັດວຽກຢູ່ອາເມລິກາ - ảnh 1
ທ່ານ ດິງ​ເທ໋ຮີ​ງ ຢ້ຽມຢາມ​ໂຮງ​ແຮມ Omni Parker
(ພາບ: TTXVN)

(vovworld) – ​ ​ໃນ​ລະຫວ່າງ​ວັນ​ທີ 28 – 30/10, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຕາມ​ຄຳ​ເຊີນ​ຂອງ​ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ, ທ່ານ ດິງ​ເທ໋ຮີ​ງ ກຳມະການ​ກົ​ມການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາທີ​ການ ​ໄປ​ຢ້ຽມຢາມ​ບັນດາ​ນະຄອນ Boston ​ແລະ  San Francisco. ທີ່ Boston, ທ່ານ ດິງ​ເທ໋ຮີ​ງ ຢ້ຽມຢາມ​ໂຮງ​ແຮມ Omni Parker ​ເຊິ່ງ​ແມ່ນສະຖານ​ທີ່ ປະທານ​ໂຮ່ຈີ​ມິນ ​ເຄີຍ​ເຮັດ​ວຽກ, ​ໃນ​ຊຸມ​ເດືອນ​ປີ ທີ່​ເພີ່​ນ​ໄປ​ຊອກຫາ​ເສັ້ນທາງກູ້​ຊາດ, ປົດ​ປ່ອຍປະ​ເທດ​ຊາດ​ອອກຈາກ​ແອກ​ປົກຄອງກົດ​ຂີ່ຂູດ​ຮີດ​ຂອງ​ລັດທິລ່າ​ເມືອງ​ຂຶ້ນ, ຈັກກະພັດ (​ໄລຍະ​ປີ 1912 - 1913). ທ່ານ ດິງ​ເທ໋ຮີ​ງ ກໍ່​ໄປ​ຢ້ຽມຢາມ​ມະຫາວິທະຍາ​ໄລ Havard ອີກ​ດ້ວຍ.

        ທີ່ San Francisco, ທ່ານ ດິງ​ເທ໋ຮີ​ງ ​ໄດ້ຕ້ອນຮັບ​ເຈົ້າ​ຄອງ​ນະຄອນ ​ແລະ ພົບ​ປະ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ລັດ California. ທ່ານ ດິງ​ເທ໋ຮີ​ງ ກໍ່​ມີ​ການ​ພົບ​ປະ​ກັບ​ບັນດາ​ຜູ້​ຕາງໜ້າ​ນັກຮົບ​ເກົ່າ ອາ​ເມລິ​ກາ ​ທີ່ເຄີຍ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ຫວຽດນາມ. ນະ​ທີ່​ນີ້ ທ່ານ ດິງ​ເທ໋ຮີ​ງ ປາດ​ຖະໜາ​ວ່າ ບັນດາ​ນັກຮົບ​ເກົ່າ ອາ​ເມ​ລິ​ກາ ຈະສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຕາມ​ຈິດ​ໃຈ “ປະ​ອະດີດຕະການ​ໄວ້, ຜ່ານ​ຜ່າ​ຄວາມ​ແຕກ​ຕ່າງກັນ, ​ເສີມ​ຂະຫຍາຍສິ່ງ​ທີ່​ຄ້າຍຄື​ກັນ, ມຸ່ງ​ໄປ​ເຖິງ​ອະນາຄົດ” ລະຫວ່າງ 2 ປະ​ເທດ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ San Francisco, ທ່ານ ດິງ​ເທ໋ຮີ​ງ ​ໄດ້​ໄປ​ຢ້ຽມຢາມ ສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ San Francisco.

ຂ່າວ/ບົດ​ອື່ນ