ຜູ້ມີສິດເລືອກຕັ້ງອີຢີບສ່ວນຫຼາຍ ສະໜັບສະໜູນຮ່າງລັດຖະທຳມະນູນ ສະບັບໃໝ່

ຜູ້ມີສິດເລືອກຕັ້ງອີຢີບສ່ວນຫຼາຍ ສະໜັບສະໜູນຮ່າງລັດຖະທຳມະນູນ ສະບັບໃໝ່ - ảnh 1

ຜູ້​ມີ​ສິດ​ເລືອກ​ຕັ້ງອີ​ຢີບສ່ວນຫຼາຍ

 ​ສະໜັບສະໜູນຮ່າງລັດຖະທຳ​ມະນູນ​ສະບັບ​ໃໝ່

(ພາບ:news.chodientu.vn)

(vovworld) - ໝາກຜົນ​ການກວດ​ບັດ​ໂດຍ​ສັງ​ເຂ​ບຂອງການ​ລົງ​ປະຊາ​ມະຕິ​ຄັ້ງປະຖົມມະ​ເລິກ​ໃຫ້​ເຫັນ​ວ່າ: 59% ຈຳນວນຜູ້​ມີ​ສິດ​ເລືອກ​ຕັ້ງອີ​ຢີບ ​ໄດ້ສະໜັບສະໜູນຮ່າງລັດຖະທຳ​ມະນູນ​ສະບັບ​ໃໝ່ ຊື່​ງ​ແມ່ນ​ອັດຕາ​ສ່ວນຫຼາຍ​ເມື່ອ​ທຽບ​​ໃສ່​ອັດຕາ​ສ່ວນຜູ້​ມີ​ສິດ​ເລືອກ​ຕັ້ງ​ປະຕິ​ເສດ​ແມ່ນ 41% . ນີ້​ແມ່ນ​ໝາກຜົນ​ການກວດ​ບັດຢູ່ 10 ​ແຂວງ​ນະຄອນ​ຂອງ​ອີ​ຢີບ​ໃນ​ການ​ລົງ​ປະຊາ​ມະຕິ​ໄລຍະ​ທີ 1 ຊື່​ງ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 15/12 ທີ່ຜ່ານ​ມາ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຜູ້​ມີ​ສິດ​ເລືອກ​ຕັ້ງອີ​ຢີບ ສ່ວນ​ຫຼາຍ​ຢູ່​ນະຄອນຫຼວງ Cairo ​ແລະ ນະຄອນ Alexandria ຊື່​ງ​ແມ່ນ​ນະ​ຄອນ​ໃຫ່ຍກ່ວາ​ໝູ່​ຢູ່​ອີ​ຢີບ ພັດ​ປະຕິ​ເສດ​ຮ່າງລັດຖະທຳ​ມະນູນ​ສະບັບ​ດັ່ງກ່າວ.

   ຕາມ​ຄະນະ​ກຳມະການ​ເລືອກ​ຕັ້ງສູງ​ສຸດ​ແລ້ວ, ໝາກຜົນ​ການ​ເລືອກ​ຕັ້ງທາງ​ການຈະ​ຖືກ​ປະກາດ​ຫຼັງວັນ​ທີ 23/12, ​ເມື່ອ​ສິ້ນ​ສຸດ​ການ​ລົງ​ປະຊາ​ມະຕິ​ຄັ້ງທີ 2 ຢູ່ 17 ​ແຂວງ​ນະຄອນ​ທີ່​ຍັງ​ເຫຼືອ​ໃນ​ປະ​ເທດ​ອີ​ຢີບ.

 

ຂ່າວ/ບົດ​ອື່ນ