ຜູ້ມີອຳນາດເຕັມແຫ່ງນິວຊີແລນ ຢ້ຽມຢາມທາງລັດຖະກິດຫວຽດນາມ
ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ແລະ
ທ່ານ Jerry Mateparae ຜູ້ມີອຳນາດເຕັມແຫ່ງ ນິວຊີແລນ
(ພາບ: tgvn.com.vn)
(vovworld) - ໂດຍໄດ້ຮັບຄຳເຊີນຈາກທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ, ທ່ານ Jerry Mateparae ຜູ້ມີອຳນາດເຕັມແຫ່ງ ນິວຊີແລນ ພ້ອມດ້ວຍພັນລະຍາໄດ້ເດີນທາງມາຮອດຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 3-8/8/2013. ພິທີຕ້ອນຮັບຜູ້ມີອຳນາດເຕັມແຫ່ງປະເທດນິວຊີແລນ Jerry Mateparae ແລະ ພັນລະຍາຖືກຈັດຂຶ້ນຢ່າງສົມກຽດເມື່ອຕອນເຊົ້າວັນທີ 5/8 ຢູ່ຮ່າໂນ້ຍ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ແລະ ຜູ້ມີອຳນາດເຕັມແຫ່ງປະເທດນິວຊີແລນ Jerry Mateparae ໄດ້ດຳເນີນການເຈລະຈາ.
ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງຜູ້ມີອຳນາດເຕັມແຫ່ງປະເທດນິວຊີແລນ Jerry Mateparae ຈະປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານທີ່ມີຢູ່ແລ້ວລະຫວ່າງ 2 ປະເທດຍິ່ງກວ່າອີກ. ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ການນຳ 2 ທ່ານ ໄດ້ສະແດງຄວາມພຶງພໍໃຈຕໍ່ການສົມທົບກັນ ແລະ ຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດ ທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນຄື: ASEAN, EAS, ARF... ກໍ່ຄືໃນວິວັດການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຝີກ (TPP). ກ່ຽວກັບທະເລຕາເວັນອອກ, ການນຳ 2 ທ່ານໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລຢູ່ທະເລຕາເວັນອອກ; ແກ້ໄຂການພິດພາດໂດຍສັນຕິວິທີ; ເຄົາລົບກົດໝາຍສາກົນ ໃນນັ້ນແມ່ນສັນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະຕິບັດຖະແຫຼງການຮ່ວມກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ບັນລຸປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງຢູ່ທະເລຕາເວັນອອກ (COC) ໂດຍໄວ. ພາຍຫຼັງການເຈລະຈາ, ການນຳ 2 ທ່ານ ໄດ້ເປັນສັກຂີພິຍານພິທີລົງນາມໂຄງການເຄື່ອນໄຫວຫວຽດນາມ - ນິວຊີແລນ ໄລຍະ 2012 – 2016, ສັນຍາຫຼິກເວັ້ນການເກັບພາສີ 2 ເທື່ອ. ທີ່ການພົບປະກັບວົງການນັກຂ່າວກ່ຽວກັບໝາກຜົນແຫ່ງການຢ້ຽມຢາມ, ທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ຮູ້ວ່າ.
“2 ຝ່າຍໄດ້ເຕື້ອງເຖິງຫຼາຍບັນຫາສຳຄັນ ແລະ ວາງອອກບັນດາທິດທາງໃຫຍ່ໃນການພັດທະນາການພົວພັນລະຫວ່າງ 2 ປະເທດໃນບັນດາຂົງເຂດຈາກການເມືອງ ຕະຫຼອດຮອດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານການຄ້າ ການລົງທຶນ ກໍຄືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ກ່ຽວກັບດ້ານການເມືອງ, 2 ຝ່າຍເຫັນດີຮັກສາການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ ກໍຄືການພົບປະແລກປ່ຽນປະຊາຊົນ. 2 ຝ່າຍໄດ້ເຫັນດີບັນລຸວົງເງິນການຄ້າສົ່ງອອກ 2 ຝ່າຍ 1 ຕື້ USD ໃນປີ 2015. 2 ຝ່າຍຕີລາຄາສູງເລື່ອງ 2 ປະເທດສືບຕໍ່ສະໜັບສະໜູນເຊິ່ງກັນແລະ ກັນ ໃນການອອກສະໝັກເຂົ້າເປັນສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດຫວຽດນາມ ອາຍຸການ 2020 – 2021 ແລະ ນິວຊີແລນ ອອກສະໝັກເປັນສະມາຊິກໃນອາຍຸການ 2014 - 2015”.
ໃນຕອນບ່າຍວັນທີ 5/8, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ກໍໄດ້ໃຫ້ການຕ້ອນຮັບ ທ່ານ Jerry Mateparae ຜູ້ມີອຳນາດເຕັມແຫ່ງ ນິວຊີແລນ. ທ່ານ Jerry Mateparae ຜູ້ມີອຳນາດເຕັມແຫ່ງ ນິວຊີແລນ ຢືນຢັນວ່າ ນິວຊີແລນ ຖືເປັນສຳຄັນການຊຸກຍູ້ ການພົວພັນ ຄູ່ຮ່ວມມື ຮອບດ້ານກັບຫວຽດນາມໃນທຸກຂົງເຂດຄື ການເມືອງ, ເສດຖະກິດ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ວັດທະນະທຳ, ການສຶກສາ.......ພ້ອມທັງ ສະແດງຄວາມຫວັງວ່າ 2 ປະເທດຈະສືບຕໍ່ຮ່ວມມື ເປັນຢ່າງດີໃນບັນດາເວທີ່ປາໄສຫຼາຍຝ່າຍ ລະດັບພາກພື້ນ ແລະ ສາກົນ. ສ່ວນ ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ສະເໜີ 2 ຝ່າຍຈົ່ງນຳໃຊ້ບັນດາເງື່ອນໄຂສະດວກໂດຍສັນຍາການຄ້າເສລີ ອາຊຽນ - ອົດສະຕາລີ ແລະ ນິຊີແລນນຳມາເຊິ່ງ, ສູ້ຊົນບັນລຸຈຸດໝາຍເພີ່ມວົງເງິນການຄ້າ 2 ສົ້ນຂຶ້ນເຖິງລະດັບ 1 ຕື້ USD ໃນປີ 2015 ແລະ ອື່ນໆ.
ແລະ ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານ Jerry Mateparae ຜູ້ມີອຳນາດເຕັມແຫ່ງ ນິວຊີແລນ ກໍໄດ້ຮັບການຕ້ອນຮັບຈາກທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງຢ່າງສະໜິດສະໜົມ