ຜູ້ສະໝັກເລືອກຕັ້ງກວ່າ12.000ຄົນຈົດທະບຽນແຂ່ງຂັນເລືອກຕັ້ງເຂົ້າສະພາແຫ່ງຊາດອີຣານ
ປະທານາທິບໍດີ ອີຣານIran Hassan Rouhani.
|
(vovworld)- ນີ້ແມ່ນຈຳນວນຜູ້ສະໝັກຮັບເລືອກຕັ້ງຫລາຍກວ່າໝູ່ ນັບແຕ່ການປະຕິວັດອິດສະລາມປີ 1979. ກະຊວງພາຍໃນ ອີຣານ ໃຫ້ຮູ້ວ່າ: ເມື່ອສິ້ນສຸດການຈົດທະບຽນແຂ່ງຂັນເລືອກຕັ້ງໃນການກຳນົດເວລາສຸດທ້າຍແມ່ນວັນທີ 25/12, ຍອດຈຳນວນຜູ້ສະໝັກຮັບເລືອກຕັ້ງຈົດທະບຽນແມ່ນ 12.123 ຄົນ, ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ການເລືອກຕັ້ງ ເມື່ອປີ 2012. ໃນນັ້ນ ແມ່ຍິງ ແມ່ນ 1.434 ຄົນ, ກວມ 11%, ເພີ່ມຂຶ້ນ 8% ເມື່ອທຽບໃສ່ປີ 2012. ບັນຊີລາຍຊື່ສຸດທ້າຍຈະປະກາດໃນວັນທີ 9/2. ການປ່ອນບັດຄາດວ່າ ຈະຖືກຈັດຂຶ້ນໃນວັນທີ 26/2 ແລະ ເລືອກຕັ້ງສະມາຊິກສະພາແຫ່ງຊາດ 290 ຄົນ.