ຜູ້ອອກແຮງງານຕ່າງປະເທດຈະໄດ້ຮັບໃບອະນຸຍາດເຮັດວຽກ ແລະ ພັກເຊົາຮ່ວມກັນຂອງ ອີຢູ ໂດຍໄວ

(VOVWORLD) - ຂໍ້ກຳນົດໃໝ່ໄດ້ປົກປ້ອງຜູ້ອອກແຮງງານທີ່ມາຈາກປະເທດທີ 3 ຫຼາຍຂຶ້ນ, ດ້ວຍວີທີອະນຸຍາດໃຫ້ເຂົາເຈົ້າສາມາດປ່ຽນຜູ້ນຳໃຊ້ແຮງງານ, ຮັບປະກັນຄວາມຍຸຕິທຳໃນວິວັດການຮັບສະໝັກ
ຜູ້ອອກແຮງງານຕ່າງປະເທດຈະໄດ້ຮັບໃບອະນຸຍາດເຮັດວຽກ ແລະ ພັກເຊົາຮ່ວມກັນຂອງ ອີຢູ ໂດຍໄວ - ảnh 1(ພາບປະກອບ: AFP)

        ລັດຖະສະພາ ເອລົບ (EP) ແລະ ສະພາ ເອີລົບ (EC) ຫາກໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບການດັດປັບຂໍ້ກຳນົດການອອກໃບອະນຸຍາດ, ພ້ອມທັງການເຮັດວຽກ ແລະ ພັກເຊົາໃນສະຫະພາບ ເອີລົບ (EU) ໃຫ້ແກ່ຜູ້ອອກແຮງງານຕ່າງປະເທດ, ແທນໃຫ້ບັນດາລະບຽບການກຳນົດໃນປະຈຸບັນ.

        ຂໍ້ກຳນົດໃໝ່ໄດ້ປົກປ້ອງຜູ້ອອກແຮງງານທີ່ມາຈາກປະເທດທີ 3 ຫຼາຍຂຶ້ນ, ດ້ວຍວີທີອະນຸຍາດໃຫ້ເຂົາເຈົ້າສາມາດປ່ຽນຜູ້ນຳໃຊ້ແຮງງານ, ຮັບປະກັນຄວາມຍຸຕິທຳໃນວິວັດການຮັບສະໝັກ, ຄື: ຍອມຮັບໃບປະກາດ, ສ້າງເງື່ອນໄຂເຮັດວຽກ, ການໜູນຊ່ວຍສັງຄົມ ແລະ ຜົນປະໂຫຍດດ້ານພາສີ. ໃນຂະນະນັ້ນ, ບັນດາຜູ້ອອກແຮງງານຢູ່ນອກ EU ກໍ່ຕ້ອງປະຕິບັດຕາມບັນດາຂໍ້ກຳນົດກ່ຽວກັບເວລາເຮັດວຽກໜ້ອຍສຸດ ເພື່ອຈະບໍ່ຖືກຖອນໃບອະນຸຍາດເຮັດວຽກ ແລະ ພັກເຊົາ.

        EC ຖືວ່າ, ນີ້ແມ່ນບາດກ້າວສຳຄັນໃນຄວາມມານະພະຍາຍາມຂອງກຸ່ມ ເພື່ອດຶງດູດຜູ້ມີຄວາມເກັ່ງກ້າສາມາດຊາວຕ່າງປະເທດ ມາເຂດທີ່ພວມຂາດຜູ້ອອກແຮງງານຢ່າງຮ້າຍແຮງ. ບັນດາຂໍ້ກຳນົດໃໝ່ກໍ່ຈະຊ່ວຍໃຫ້ EU ສ້າງລະບົບອົບພະຍົບຢ່າງຮອບດ້ານ, ມີຄວາມຍຸຕິທຳ ແລະ ເຂັ້ມແຂງກວ່າ.

        ຂໍ້ຕົກລົງນີ້ຍັງຕ້ອງໄດ້ຮັບການໃຫ້ສັດຕະຍາບັນຈາກບັນດານັກສ້າງກົດໝາຍຈຶ່ງມີຜົນສັກສິດ.

ຕອບກັບ

ຂ່າວ/ບົດ​ອື່ນ