ຝຶກຊ້ອມຄວາມໝັ້ນຄົງຄວາມປອດໄພທາງເຄືອຂ່າຍອິນເຕີແນັດໃຫ້ບັນດາແຂວງພາກເໜືອ

(VOVWORLD) -  ໃນລະຫວ່າງວັນທີ 16 – 17 ພຶດສະພາ, ທີ່ນະຄອນ ທ໊າຍບີ່ງ, ແຂວງ ທ໊າຍບີ່ງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ແລະ ການຝຶກຊ້ອມຄວາມໝັ້ນຄົງຄວາມປອດໄພທາງເຄືອຂ່າຍອິນເຕີແນັດໃຫ້ບັນດາພະແນກຖະແຫຼງຂ່າວ ແລະ ສື່ສານທົ່ວພາກເໜືອ.

ຝຶກຊ້ອມຄວາມໝັ້ນຄົງຄວາມປອດໄພທາງເຄືອຂ່າຍອິນເຕີແນັດໃຫ້ບັນດາແຂວງພາກເໜືອ - ảnh 1 ຝຶກຊ້ອມຄວາມໝັ້ນຄົງຄວາມປອດໄພທາງເຄືອຂ່າຍອິນເຕີແນັດໃຫ້ບັນດາແຂວງພາກເໜືອ (ພາບ:mic.gov.vn)

ກອງປະຊຸມສຳມະນາ ແລະ ການຝຶກຊ້ອມຄວາມໝັ້ນຄົງຄວາມປອດໄພທາງເຄືອຂ່າຍອິນເຕີແນັດລວມມີບັນດາກໍລະນີຈຳລອງການບຸກໂຈມຕີໃສ່ລະບົບເຊື່ອມຕໍ່ຮັບໃຊ້ອຳນາດການປົກຄອງເອເລັກໂຕນິກ. ທ່ານ ຫງວຽນຮຸຍຢຸງ, ຮອງຫົວໜ້າກົມຄວາມປອດໄພຂໍ້ມູນຂ່າວສານ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເນັ້ນໜັກວ່າ:

        “ສັງກະລາດອິນເຕີແນັດຂອງສັບພະສິ່ງ, ຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ບັນດາພາຫະນະທັງໝົດຈະເຊື່ອມຕໍ່ໃສ່ກັນ, ເຊື່ອມຕໍ່ອິນເຕີແນັດ, ລ້ວນແຕ່ກາຍເປັນສະຫຼາດກ່ວາ ດ້ວຍວິທີຄະນິດສາດ, ດ້ວຍພູມປັນຍາທຽມ. ເມື່ອທຸກສິ່ງທຸກຢ່າງກາຍເປັຍສະຫລາດກ່ວາ, ເຊື່ອມຕໍ່ໃສ່ກັນແລ້ວ, ຈະມີສິ່ງທ້າທາຍໄດ້ວາງອອກໃຫ້ວຽກງານຮັບປະກັນຄວາມປອດໄພຂໍ້ມູນຂ່າວສານແມ່ນໃຫຍ່ຫລວງທີ່ສຸດ. ຍ້ອນເຫດນັ້ນ, ກົມຄວາມປອດໄພຂໍ້ມູນຂ່າວສານພວກຂ້າພະເຈົ້າ ແມ່ນມຸ່ງໄປເຖິງນະໂຍບາຍທີ່ດີ, ຕ້ອງພະຍາຍາມປະຕິບັດຢ່າງມີປະສິດທິຜົນ, ຍ້ອນວ່າ ບໍ່ມີໃຜຈະປອດໄພຜູ້ດຽວໃນໂລກເຊື່ອມຕໍ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ