ຝຣັ່ງປະກາດບັນດາມາດຕະການໃໝ່ເພື່ອຕ້ານກໍ່ການຮ້າຍ
ທ່ານນາຍົກລັດຖະມົນຕີ ຝຣັ່ງ Manuel Valls
(ພາບ: AP)
|
(vovworld) - ບັນດາມາດຕະການໃໝ່ຕ້ານກໍ່ການຮ້າຍໂດຍ ຝຣັ່ງປະກາດເມື່ອວັນທີ 21/1. ກ່າວຄຳເຫັນທີ່ ປາຣີ, ທ່ານນາຍົກລັດຖະມົນຕີ ຝຣັ່ງ Manuel Valls ຍອມຮັບວ່າ: ການຕໍ່ສູ້ຕ້ານກໍ່ການຮ້າຍ ແລະ ສົງຄາມອິດສະລາມຫົວຮຸນແຮງຍັງລຳບາກກາກກຳ ແລະ ຍາວນານ, ພ້ອມທັງຖະແຫຼງວ່າ: ລັດຖະບານ ຝຣັ່ງ ຈະນຳໃຊ້ຈຳນວນເງິນ 490 ລ້ານ USD ໃຫ້ແກ່ການເຄື່ອນໄຫວຕ້ານກໍ່ການຮ້າຍໃນ 3 ປີຈະມາເຖິງ. ບັນດາກຳລັງປ້ອງກັນຄວາມສະຫງົບປະເທດນີ້ຈະໄດ້ປະກອບອາວຸດຫຼາຍປະເພດທີ່ທັນສະໄໝກ່ວາ ແລະ ຝຣັ່ງ ຈະຮັບສະໝັກພາລະກອນປ້ອງກັນຄວາມສະຫງົບສະເພາະກິດຕ້ານກໍ່ການຮ້າຍຕື່ມອີກ 2.680 ຄົນ. ຄາດວ່າ, ຕຳຫຼວດ, ທະຫານ ແລະ ສາລະວັດທະຫານ ຝຣັ່ງ 122.000 ຄົນ ຈະໄດ້ຮັບການຜັນຂະຫຍາຍເພື່ອປົກປ້ອງບັນດາສະຖານທີ່ເຄັ່ງຮ້ອນ, ໃນນັ້ນມີບັນດາສູນສາສະໜາ ຢູ່ຝຣັ່ງ.
ທ່ານນາຍົກລັດຖະມົນຕີ Valls ກໍ່ໃຫ້ຮູ້ວ່າ: ຈະປັບປຸງກົງຈັກສືບລາຊະການລັບຂອງປະເທດນີ້, ນຳໃຊ້ມາດຕະການເພື່ອແນໃສ່ຕິດຕາມກວດກາສາຍໂທລະສັບຢ່າງງ່າຍດາຍກ່ວາ. ນອກຈາກນັ້ນ, ລັດຖະບານກໍ່ຈະສຸມໃສ່ເຂົ້າເລື່ອງສະກັດກັ້ນການແຜ່ລາມຂອງແນວຄິດຫົວຮຸນແຮງ. ປະຈຸບັນ, ເຈົ້າໜ້າທີ່ ຝຣັ່ງ ພວມຕິດຕາມກວດກາເກືອບ 3.000 ຄົນເຊິ່ງໄດ້ຮັບຖືວ່າມີສ່ວນກ່ຽວຂ້ອງເຖິງການເຄື່ອນໄຫວສົງຄາມອິດສະລາມ.