ຝຣັ່ງເຊື້ອເຊີນການນຳປາແລດສະຕີນແລະອິດສະຣາແອນເຂົ້າຮ່ວມກອງປະຊຸມສັນຕິພາບ

ຝຣັ່ງເຊື້ອເຊີນການນຳປາແລດສະຕີນແລະອິດສະຣາແອນເຂົ້າຮ່ວມກອງປະຊຸມສັນຕິພາບ - ảnh 1
ທ່ານ Benjamin Netanyahu ແລະ ທ່ານ Mahmouh Abbas
(ພາບ: charismanews.com)

(vovworld) –  ​​ຊ່ອງ​ພາ​ສາ ອາ​ຣັບ ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ ອິດ​ສະ​ຣາ​ແອນ ໃນ​ວັນ​ທີ 9/12 ໄດ​້​ໃຫ້​ຂ່າວ​ວ່າ ຝ​ຣັ່ງ ເຊີນ​ທ່ານ​ປະ​ທາ​ນາ​ທິບ​ໍ​ດີ ປາ​ແລດ​ສະ​ຕີນ Mahmouh Abbas ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ໄປ ປາ​ຣີ ​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 22/12 ຈະ​ມາ​ເຖິງ​. ວິ​ທະ​ຍຸ​ດັ່ງ​ກ່າວ​ໄດ​້​ຂັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ ​ຜູ້​ຊ່ວຍ​ວຽກ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລດ​ສະ​ຕິນ ທ່ານ Nabil Abu Rdineh ໂດຍ​ໃຫ້​ຮູ້​ວ່າ: “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Abbas ໄດ້​ຮັບ​ຄຳ​ເຊີນ”. ທ່ານ Rdineh ເວົ້າ​ແຈ້ງ​ຕື່ມ​ອີກວ່າ ການ​ຢ້ຽມ​ຢາມ ປາ​ຣີ ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ Abbas “ກົງ​ກັບ​ໂອ​ກາດ​ດຳ​ເນີນກອ​ງ​ປະ​ຊຸມ​ສາ​ກົນ​ຈັດ​ຕັ້ງ​ຢູ່ ປາ​ຣີ ເພື່ອ​ແນ​ໃສ່ຟື້ນ​ຟູ​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ ອິດ​ສະ​ຣາ​ແອນ - ປາ​ແລດ​ສະ​ຕີນ”

        ກ່ອນ​ໜ້ານັ້ນ, ຫ້ອງວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ ໃຫ້​ຮູ້​ວ່າ: ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ Netanyahu ໄດ້​ປະ​ຕິ​ເສດຂໍ້​ສະ​ເໜີ​ຂອງ ຝ​ຣັ່ງ ກ່ຽວ​ກັບ ເລື່ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລດ​ສະ​ຕີນ Abbas ໃນ​ຂອບ​ເຂດກອງ​ປະ​ຊຸມ​ສັນ​ຕິ​ພາບ​ສາ​ກົນ ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່ ປາ​ຣີ. ໃນ​ການ​ໂອ້​ລົມ​ທາ​ງ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ Francois Hollande, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Netanyahu ຊີ້​ແຈ້ງວ່າ ຖ້າ​ຫາກ ຝ​ຣັ່ງ ຍົກ​ເລີກກອງ​ປະ​ຊຸມ​ສາ​ກົນ​ຢູ່ ປາ​ຣີ, ທ່ານ​ກຽມ​ພ້ອມ​ພົບ​ປະ​ກັບ​ການ​ນຳ ປາ​ແລດ​ສະ​ຕີນ ເພື່ອ​ເຈ​ລະ​ຈາ​ໂດຍ​ກົງ​ ຫາກ​ບໍ່​ມີ​ບັນ​ດາ​ເງື່ອນ​ໄຂຕ້ອງ​ແກ້​ກ່ອນ.


ຂ່າວ/ບົດ​ອື່ນ