ຝ​ລັ່ງ ຖອນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອອກ​ຈາກ ນີ​ເຊ

(VOVWORLD) -  ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແຈ້ງໃຫ້ຊາບວ່າ ຈະຖອນເອກອັກຄະລັດຖະທູດ ແລະ ພະນັກງານການທູດຂອງ ຝລັ່ງ ທັງໝົດອອກຈາກ ນີເຊ, ພ້ອມທັງຈະຢຸດຕິບັນດາໂຄງການຮ່ວມມືດ້ານການທະຫານ ກັບອຳນາດການປົກຄອງທະຫານ ນີເຊ.
ຝ​ລັ່ງ ຖອນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອອກ​ຈາກ ນີ​ເຊ - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ: France Info)

ວັນທີ 24 ກັນຍາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແຈ້ງໃຫ້ຊາບວ່າ ຈະຖອນເອກອັກຄະລັດຖະທູດ ແລະ ພະນັກງານການທູດຂອງ ຝລັ່ງ ທັງໝົດອອກຈາກ ນີເຊ, ພ້ອມທັງຈະຢຸດຕິບັນດາໂຄງການຮ່ວມມືດ້ານການທະຫານ ກັບອຳນາດການປົກຄອງທະຫານ ນີເຊ. ກ່າວຄຳເຫັນໃນຊ່ອງໂທລະພາບ France 2 ແລະ TF1, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ຮູ້ວ່າ ຈະຖອນພະນັກງານການທູດທັງໝົດອອກຈາກນະຄອນຫຼວງ Niamey ຂອງ ນີເຊ.

ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເນັ້ນໜັກວ່າ ບໍ່ຢາກໃຫ້ເຈົ້າໜ້າທີ່ການທູດຂອງ ຝລັ່ງ ກາຍເປັນຕົວປະກັນຂອງອຳນາດການປົກຄອງທະຫານ, ພ້ອມທັງຢັ້ງຢືນວ່າ ບໍ່ມີແນວຄິດຈະແຊກແຊງເຂົ້າຊີວິດການເມືອງຢູ່ ນີເຊ.

ພາຍຫຼັງບັນດາຖະແຫຼງການບໍ່ໃຫ້ການຮ່ວມມືຈາກອຳນາດການປົກຄອງທະຫານ ນີເຊ, ທະຫານ ຝລັ່ງ 1.500 ຄົນ ທີ່ພວມປະຈຳການຢູ່ ນີເຊ ຈະຄ່ອຍໆຖອນກຳລັງກັບເມືອປະເທດ, ນັບແຕ່ນີ້ຮອດທ້າຍປີ.

ແມັ້ງຮ່າ, ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ