ພາບປະກອບ: internet
|
(vovworld) - ສັນຍາສິນເຊື່ອລວມມູນຄ່າ 24,5 ລ້ານເອີໂຣ ແລະ ສັນຍາຊ່ວຍເຫລືອລ້າລວມມູນຄ່າ 500.000 ເອີໂຣ ໃຫ້ແກ່ໂຄງການລົງທຶນພັດທະນາບັນດາໂຮງຮຽນສອນວິຊາຊີບທີ່ມີຄຸນນະພາບສູງ ຫາກໍໄດ້ຮັບການລົງນາມລະຫວ່າງກະຊວງການເງິນ ຫວຽດນາມ ແລະ ອົງການພັດທະນາຂອງຝລັ່ງ ປະຈຳ ຮ່າໂນ້ຍ ໃນວັນທີ 26/10. ໂຄງການດັ່ງກ່າວແມ່ນອຸປະຖຳໃຫ້ແກ່ໂຮງຮຽນສອນວິຊາຊີບ 5 ແຫ່ງ, ໃນນັ້ນມີ 2 ແຫ່ງຄາດວ່າກາຍເປັນບັນດາໂຮງຮຽນທີ່ມີຄຸນນະພາບສູງຕາມມາດຕະຖານສາກົນ. ສອງບ້ວງເງິນອຸປະຖຳດັ່ງກ່າວແມ່ນສະແດງໃຫ້ເຫັນຄວາມມານະພະຍາຍາມລວມຂອງລັດຖະບານ ຫວຽດນາມ, ລັດຖະບານ ຝລັ່ງ ແລະ ອົງການພັດທະນາຂອງຝລ່ັງ ເພື່ອຫນູນຊ່ວຍຫວຽດນາມ ປະຕິບັດຫນຶ່ງໃນບັນດາຈຸດໝາຍສຳຄັນຂອງຍຸດທະສາດພັດທະນາເສດຖະກິດສັງຄົມ ໄລຍະແຕ່ປີ 2011- 2020, ນັ້ນແມ່ນພັດທະນາ ແລະ ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.