ຝ່າຍຄ້ານຢູ່ໄທກະກຽມການແຫ່ຂະບວນປະທ້ວງຂະຫນາດໃຫຍ່ໃນທ້າຍອາທິດ
ຝ່າຍຄ້ານຢູ່ໄທກະກຽມການແຫ່ຂະບວນປະທ້ວງຂະຫນາດໃຫຍ່
ພາບປະກອບ:internet
|
(vovworld)- ບັນດາຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານໄທຖະແຫລງວ່າ ເຂົາເຈົ້າຈະຍູ້ແຮງການເຄື່ອນໄຫວແຫ່ຂະບວນປະທ້ວງໃນຄວາມມານະພະຍາຍາມຮຽກຮ້ອງທ່ານນາງນາຍົກລັດຖະມົນຕີ ຍີ່ງຣັກ ຊີນະວັດ ຕ້ອງລາອອກຈາກຕຳແຫນ່ງ ແລະ ຊຸກຍູ້ການປະຕິຮູບການເລືອກຕັ້ງກ່ອນຈັດການເລືອກຕັ້ງໃນທົ່ວປະເທດ. ໃນຖະແຫລງການໃນວັນທີ 17/12, ອະດີດຮອງນາຍົກລັດຖະມົນຕີໄທ ທຸເສບ ເທືອກສຸບັນ ໄດ້ຮຽກຮ້ອງແຫ່ຂະບວນປະທ້ວງໃນຖະຫນົນສາຍຕ່າງໆຢູ່ໃຈກາງ ນະຄອນຫລວງ ບາງກອກເມື່ອວັນທີ 19-20/12 ແລະ ຈາກນັ້ນ ແມ່ນການແຫ່ຂະບວນປະທ້ວງດ້ວຍຂອບຂະຫນາດໃຫຍ່ໃນວັນທີ 22/12 ເຖິງວ່າ ຈຳນວນຜູ້ແຫ່ຂະບວນປະທ້ວງໄດ້ຕັ້ງຄ້າຍຢູ່ຖະຫນົນສາຍຕ່າງໆຢູ່ນະຄອນຫລວງ ບາງກອກ ໄດ້ຫລຸດລົງເຫລືອພຽງປະມານ 2.000 ຄົນອາທິດກ່ອນ.