ຝ່າຍຕາເວັນຕົກ ຍື່ນສະເໜີຮ່າງມະຕິຮຽກຮ້ອງລົງໂທດຊີຣີ ຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ

ຝ່າຍຕາເວັນຕົກ ຍື່ນສະເໜີຮ່າງມະຕິຮຽກຮ້ອງລົງໂທດຊີຣີ ຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ  - ảnh 1
ສະພາບການໃຊ້ຄວາມຮຸນແຮງຍັງຄົງເກີດຂຶ້ນຢູ່ ຊີຣີ
(ພາບ: AFP)

(vovworld) - ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກຫາ​ກໍ​ຍື່ນ​ສະ​ເໜີ​​ຮ່າງ​ມະຕິ​ທີ່​ຮຽກຮ້ອງ​ໃຫ້​ລົງ​ໂທດ ຊີຣີ ຕໍ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດຍ້ອນ​ການ​ປະ​ທະ​ກັນ​ນັບ​ມື້​ນັບ​ຮ້າຍ​ແຮງ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ​ທູ​ດພິ​ເສດຫຼາຍ​ທ່ານ​ໃຫ້​ຮູ້​ວ່າ: ຮ່າງ​ມະຕິ​ດັ່ງກ່າວ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ໂຕ້​ຖຽງ​ກັນຄັ້ງ​ໃໝ່​ຢູ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ທີ່​ກ່ຽວຂ້ອງ​ເຖິງ​ບັນຫາຢູ່ ຊີຣີ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ, ພາຍຫຼັງ​ທີ່​ລັດ​ເຊຍ​ ກໍ​​ໄດ້ຍື່ນ​ສະ​ເໜີ​ຮ່າງ​ເອກະສານ​ສະ​ເພາະ, ​ໃນ​ນັ້ນ​ບໍ່​ມີ​ການ​ຂົມ​ຂູ່​ຈັດ​ວາງ​ບັນດາ​ມາດ​ຕະການ​ຕ້ານ​ປະທານາທິບໍດີ ຊີຣີ Bashar Al Assad.

​ໃນ​ວັນ​ທີ 11/7, ທ່ານ Mark Lyall Grant, ​ເອກ​ອັກຄະ​ລັດຖະທູດ​ອັງກິດ​ປະຈຳ​ສະຫະ​ປະຊາ​ຊາດ ​ໄດ​້ຖະ​ແຫຼ​ງຮ່າງ​ມະຕິ​ທີ່​ ອັງກິດ, ຝຣັ່ງ, ອາ​ເມ​ລິ​ການ ​ແລະ ​ເຢຍລະ​ມັນ ຍືນ​ສະ​ເໜີ​ພາຍຫຼັງ​ທີ່ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາຣັບ ທ່ານ Kofi Annan ລາຍ​ງານ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ​ໃນ​ນັ້ນ​ໄດ້​ຊີ້​ແຈ້ງ​ວ່າຈະ​ມີ “ບັນດາ​ຜົນ​ຮ້າຍ​ຢ້ອນ​ຫຼັງທີ່​ຮ້າຍ​ແຮງ” ​ຖ້າ​ຫາກ​ອຳນາດ​ການ​ປົກ​ຄອງ Damacus ​ແລະ ​ຝ່າຍ​ຄ້ານ​ຢູ່ ຊີຣີ ບໍ່​ປະຕິບັດ​ແຜນການ​ສັນຕິພາບ 6 ຂໍ້.

ຂ່າວ/ບົດ​ອື່ນ