ຝ່າຍຕາເວັນຕົກ ຖະແຫຼງສືບຕໍ່ສະໜັບ ສະໜູນຝ່າຍຄ້ານຢູ່ ຊີຣີ

ຝ່າຍຕາເວັນຕົກ ຖະແຫຼງສືບຕໍ່ສະໜັບ ສະໜູນຝ່າຍຄ້ານຢູ່ ຊີຣີ - ảnh 1
ກອງປະຊຸມບັນດາເພື່ອນມິດຂອງ ຊີຣີ
(ພາບປະກອບ)

(vovworld) - ​ວັນ​ທີ 28/2, ເມື່ອ​ສິ້ນ​ສຸດ​ກອງ​ປະຊຸມ “ບັນດາ​ເພື່ອນ​ມິດ​ຂອງ ຊີຣີ” ​​ຢູ່​ນະຄອນຫຼວງ Roma ປະ​ເທດ ອີ​ຕາ​ລີ, ລັດ​ເຊຍ, ​ເອີ​ລົບ ​ແລະ ບັນດາ​ປະ​ເທດ ອາຣັບ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ໜູນ​ຊ່ວຍ​ທັງ​ດ້ານ​ການ​ເມືອງ ​ແລະ ວັດຖຸ ​ໃຫ້ສຳ​ພັນ​ທະ​ມິດ ຊົນ​ຊາດ ຊີຣີ (ຫຼື SNC), ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຢຸດຕິ​ການ​ສະໜອງ​ອາວຸດ​ໃຫ້​ລັດຖະບານ​ຂອງ​ປະທານາທິບໍດີ Bashar al – Assad ​ໃນ​ທັນທີ. ​ໃນ​ຖະ​ແຫຼ​ງການ​ຮ່ວມ, 11 ປະ​ເທດ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ພ້ອມ​ກັບ​ຜູ້ຕາງໜ້າ SNC ຖະ​ແຫຼ​ງວ່າ: ຈະ​ສະໜັບສະໜູນ​ສຳພັນທະ​ມິດ​ນີ້, ກຳລັງ​ຖືກຝ່າຍ​ຕາ​ເວັນ​ຕົກ​ຖື​ວ່າ​ຕາງໜ້າ​ຖືກ​ຕ້ອງຕາມ​ກົດໝາຍໃຫ້​ປະຊາຊົນ ຊີຣີ. ​​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ຢູ່​ນອກ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ ອາ​ເມ​ລິ​ກາ John Kerry ຖະ​ແຫຼ​ງວ່າ: ​ໃນ​ຊຸມ​ເດືອນ​ຕໍ່​ໄປ, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Barack Obama ຈະ​ໜູນ​ຊ່ວຍ​ ​ໃຫ້​ກຳລັງ​ຝ່າຍ​ຄ້ານ​ຢູ່ ຊີຣີ ຕື່ມ​ອີກ ປະມານ 60 ລ້ານ USD ພາຍ​ໃຕ້​ການ​ຊ່ວຍ​​ເຫຼືອ​ມະນຸດສະທຳ, ​ເຊິ່ງລວມມີ​ທັນ​ຍາ​ຫານ ​ແລະ ຢຸກຢາ.

ຂ່າວ/ບົດ​ອື່ນ