ພັກCPPແລະCNRPກຳນົດເວລາຈັດການເຈລະຈາຄັ້ງໃໝ່

ພັກCPPແລະCNRPກຳນົດເວລາຈັດການເຈລະຈາຄັ້ງໃໝ່ - ảnh 1
ຫົວໜ້າຄະນະເຈລະຈາ CPP ທ່ານ Bin Chhin.
(ພາບ: Xuân Khu/TTXVN)

(vovworld) –  ຕອນ​ເຊົ້າ​ວັນ​ທີ 11/6, ​ໂຄສົກ​ພັກ​ກູ້​ຊາດ ກຳປູ​ເຈຍ (CNRP) ຝ່າຍຄ້ານ ທ່ານ Yem Ponhearith ປະກາດວ່າ: ກຸ່ມເຮັດວຽກຂອງພັກ ປະຊາຊົນ ກຳປູເຈຍ (CPP) ກຳອຳນາດ ແລະ CNRP ໄດ້ເຊື່ອມຕໍ່ວິວັດທະນາການເຈລະຈາໃນວັນທີ 12/6 ເພື່ອແກ້ໄຂຄວາມບໍ່ລົງລອຍກັນພາຍຫຼັງການເລືອກຕັ້ງຍ້ອນສິດຜົນປະໂຫຍດລວມຂອງຊາດ. ທ່ານ Ponhearith ໃຫ້ຮູ້ວ່າ: ກຸ່ມເຮັດວຽກຂອງ 2 ພັກ, ແຕ່ລະຝ່າຍມີສະມາຊິກ 3 ຄົນ, ຈະພົບປະກັນຢູ່ສະພາສູງເພື່ອປຶກສາຫາລືເພີ່ມເຕີມກ່ຽວກັບເລື່ອງຄະນະກຳມະການ ເລືອກຕັ້ງແຫ່ງຊາດ (NEC) ຈະແມ່ນອົງການໄດ້ຮັບການກຳນົດຍ້ອນ ລັດຖະທຳມະນູນ ແລະ ບັນຫາອອກໃບອະນຸຍາດສະຖານີໂທລະພາບໃຫ້ພັກຝ່າຍຄ້ານ”. ໂຄງການຂອງກຸ່ມ ເຮັດວຽກດັ່ງກ່າວໄດ້ຍົກອອກມາພາຍຫຼັງນາຍົກລັດຖະມົນຕີ Hun Sen ຕົກລົງໃຫ້ NEC ນອນໃນລັດຖະທຳມະນູນ ແລະ ພັກ CNRP ມີສະຖານີໂທລະພາບ ສະເພາະຂອງຕົນເມື່ອວັນທີ 10/6. ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ Hun Sen ໄດ້ຮັບການຕີລາຄາຈາກທ່ານປະທານ CNRP Sam Rainsy ແມ່ນສັນຍານຕັ້ງໜ້າ ເພື່ອແກ້ໄຂຂໍ້ຕິດຂັດພາຍຫຼັງການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 ໃນເດືອນ 7/2013 ມາຮອດປະຈຸບັນ.

 


ຂ່າວ/ບົດ​ອື່ນ