ພັກປະຊາຊົນ ກຳປູເຈຍ ສະເຫຼີມສະຫຼອງ 66 ປີແຫ່ງວັນສ້າງຕັ້ງ

(VOVWORLD) - ຕອນເຊົ້າວັນທີ 28 ມິຖຸນາ, ທີ່ເກາະ Koh Pich ຢູ່ນະຄອນຫລວງ ພະນົມເປັນ, ພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ ໄດ້ຈັດຕັ້ງພິທີໂຮມຊຸມນຸມມິດຕິງຢ່າງສົມກຽດ ເພື່ອສະເຫຼີມສະຫຼອງ 66 ປີແຫ່ງວັນສ້າງຕັ້ງ (28/06/1951 – 28/06/2017)
ພັກປະຊາຊົນ ກຳປູເຈຍ ສະເຫຼີມສະຫຼອງ 66 ປີແຫ່ງວັນສ້າງຕັ້ງ - ảnh 1 ທ່ານ Samdech Hun Sen ປະທານ CPP 

ດ້ວຍການເຂົ້າຮ່ວມຂອງສະມາຊິກພັກ, ມະຫາຊົນຢູ່ ພະນົມເປັນ ແລະ ບັນດາແຂວງອ້ອມຂ້າງປະມານ 20.000 ຄົນ. ໃນບົດປາໄສ, ທ່ານ Samdech Hun Sen ປະທານ CPP ຊີ້ແຈ້ງວ່າ ໃນໄລຍະ 66 ປີຜ່ານມາ, ກຳປູເຈຍ ໄດ້ຜ່ານຜ່າບັນດາໄລຍະປະຫວັດສາດ, ທັງມີຄວາມເອກອ້າງທະນົງໃຈ ທັງມີຄວາມຫຍຸ້ງຍາກ, ສັບສົນ ແລະ ອັນຕະລາຍ. ແຕ່ບໍ່ວ່າໃນສະພາບການໃດໆ CPP ຍາມໃດກໍ່ຍັງຄົງຮັກສາເປົ້າໝາຍ ແລະ ອຸດົມຄະຕິຂອງຕົນແມ່ນ ຮ່ວມກັບປະຊາຊົນໃນທຸກກໍລະນີ, ສູ້ຊົນແກ້ໄຂທຸກສິ່ງກີດຂວາງ, ຍອມເສຍສະຫຼະຊີວິດເພື່ອປະເທດ ກຳປູເຈຍ ເອກະລາດ, ສັນຕິພາບ, ເສລີ, ປະຊາທິປະໄຕ, ເປັນກາງ ແລະ ພັດທະນາສັງຄົມໃຫ້ໝັ້ນຄົງ. ທ່ານປະທານ Samdech Hun Sen ຮຽກຮ້ອງສະມາຊິກພັກ, ພໍ່ແມ່ປະຊາຊົນທຸກໆຄົນ ສືບຕໍ່ດຳລົງຊີວິດ, ປອງດອງເປັນປຶກໜຶ່ງແຜ່ນດຽວໃນມະຫາຄອບຄົວ ພາຍໃຕ້ລັດຖະທຳມະນູນ ເພື່ອສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນທຸກຢ່າງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ