ພັກຝ່າຍຄ້ານ ກຳປູເຈຍ ຮຽກຮ້ອງ ໃຫ້ພະບາດສົມເດັດແກ້ໄຂຄວາມບໍ່ລົງລອຍກັນກ່ຽວກັບໝາກຜົນການເລືອກຕັ້ງສະພາແຫ່ງຊາດ
ປະຊາຊົນກຳປູເຈຍໄປປ່ອນບັດເລືອກຕັ້ງໃນ 28/7 ຜ່ານມາ
(ພາບ: Xuân Khu/Vietnam+)
(vovworld) – ຕາມແຫຼ່ງຂ່າວຈາກສື່ມວນຊົນ ກຳປູເຈຍ ໃນວັນທີ 4/9, ການນຳພັກກູ້ຊາດ ກຳປູເຈຍ (CNRP) ໄດ້ຮຽກຮ້ອງໃຫ້ພະບາດສົມເດັດ ກຳປູເຈຍ Nodorom Sihamoni ແກ້ໄຂການຖົກຖຽງກ່ຽວກັບໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ 5 ຊຶ່ງຈັດຕັ້ງເມື່ອວັນທີ 28/7 ຜ່ານມາ. ແຫຼ່ງຂ່າວໃຫ້ຮູ້ວ່າ: ໃນຈົດໝາຍສະບັບໜຶ່ງຝາກເຖິງພະບາດສົມເດັດພະເຈົ້າມະຫາຊີວິດ Nodorom Sihamoni ໃນວັນທີ 2/9, ປະທານ CNRP Sam Rainsy ສະເໜີໃຫ້ພະບາດສົມເດັດແຊກແຊງເພື່ອ “ຊອກຫາວິທີແກ້ໄຂບັນດາການກະທຳຜິດໃນການເລືອກຕັ້ງດ້ວຍຄວາມກະຈ່າງແຈ້ງ ແລະ ຄວາມຍຸຕິທຳເພື່ອຕອບສະໜອງຄວາມມຸ້ງມາດປາດຖະໜາຂອງ ປະຊາຊົນ”. ໃນຈົດໝາຍຕອບສົ່ງເຖິງປະທານ CNRP ໃນວັນທີ 3/9, ພະບາດສົມເດັດພະເຈົ້າ Nodorom Sihamoni ໃຫ້ຮູ້ວ່າ: ໄດ້ຮັບຄຳຮຽກຮ້ອງຈາກທ່ານ Sam Rainsy ແລ້ວ, ແຕ່ບໍ່ເຕື້ອງເຖິງບັນຫາ ພະບາດສົມເດັດ ຈະແຊກແຊງແກ້ໄຂການຖົກຖຽງນີ້ຫຼືບໍ່.
ຕາມແຜນການແລ້ວ, NEC ຈະປະກາດໝາກຜົນຂອງການເລືອກຕັ້ງເປັນທາງການ ໃນວັນທີ 8/9, ພາຍຫຼັງສະພາລັດຖະທຳມະນູນ ກຳປູເຈຍ (CCC) ແກ້ໄຂບັນດາຄຳຟ້ອງຮ້ອງຂອງ CNRP.