ທ່ານນາງ ຍິ່ງຮັກ ຊີນນະວັດ ແລະ ຜູ້ສະໜັບສະໜູນ
(ພາບ: issaanews)
(vovworld)- ວັນທີ 4/1, ພັກເພື່ອໄທ ກຳອຳນາດຂອງທ່ານນາງນາຍົກລັດຖະ ມົນຕີໄທ ຍິ່ງຮັກ ຊີນນະວັດ ໄດ້ເລີ່ມບັ້ນຫາສຽງເລືອກຕັ້ງໃນສະພາບການທີ່ຝ່າຍຄ້ານຮຽກຮ້ອງການແຫ່ຂະບວນປະທ້ວງຂະໜາດໃຫ່ຍໃນອາທິດຜ່ານມາ ເພື່ອແນໃສ່ຄັດຄ້ານການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ ຊື່ງຄາດວ່າຈະຈັດຂຶ້ນໃນວັນທີ 2/2 ຈະມາເຖິງ.
ດ້ວຍຄຳຂວັນຮຽກຮ້ອງໃຫ້ ປຊຊ ເຂົ້າຮ່ວມການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາເພື່ອແນໃສ່ຮັກສາພື້ນຖານປະຊາທິປະໄຕນັ້ນ, ພັກເພື່ອໄທ ພວມສົ່ງເສີມການຂົນຂວາຍຈັດງານໂຮມຊຸມນຸມມິດຕິງຢູ່ບັນດາເຂດໃຈກາງທາງທິດເໜືອ ແລະ ຊານນະຄອນຫຼວງບາງກອກ, ແຫ່ງທີ່ກຳລັງຕ້ານລັດຖະບານປຸກລະດົມການແຫ່ຂະບວນປະທ້ວງໃຫ່ຍຄັ້ງຕ່າງໆໃນອາທິດມໍ່ໆມານີ້. ທ່ານປະທານພັກເພື່ອໄທ ຖືວ່າ: ບັ້ນຂົນຂວາຍຫາສຽງເລືອກຕັ້ງຈະດຳເນີນໄປດ້ວຍດີ ແລະ ຢັ້ງຢືນວ່າພັກເພື່ອໄທ ບໍ່ແມ່ນກຳລັງກໍ່ໃຫ້ເກີດການປະທະກັນ./.