ພັດທະນາກະສິກຳສະຫຼາດເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ພັດທະນາກະສິກຳສະຫຼາດເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ ກາວດຶກ​ຟາດ, ລັດຖະມົນ​ຕີວ່າການ​ກະຊວງກະສິກຳ ​
ແລະ ​ພັດທະ​ນາ​ຊົນ​ນະ​ບົດຫວຽດນາມ
(ພາບປະກອບ)


(vovworld) – “ຍູ້​ແຮງ​ການ​ຮ່ວມ​ມື ​ແລະ ທະວີ​ຄູນ​ບັນດາ​​ຮູບແບບ​ພັດທະນາ​ກະສິກຳ​ສະຫຼາດ ​ເພື່ອຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ” ​ແມ່ນ​​ເນື້ອ​ໃນ​ຕົ້ນ​ຕໍ​ເຊິ່ງ​ໄດ້​ປຶກສາ​ຫາລື​ທີ່​ກອງ​ປະຊຸ​ມ​ໂຕະມົນ​ດຳ​ເນີນ ​ໃນ​ວັນ​ທີ 28/10, ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ໂດ​ຍທ່ານ​ ກາວດຶກ​ຟາດ, ລັດຖະມົນ​ຕີວ່າການ​ກະຊວງກະສິກຳ ​ແລະ ​ພັດທະ​ນາ​ຊົນ​ນະ​ບົດຫວຽດນາມ ​ແລະ ທ່ານ Han Hans Hoogeveen, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ​ລາຊະ​ອານາຈັກ​ໂຮ​ນລັງ ​ເປັນ​ປະທານ. ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະ​ຊຸມ, ທ່ານ​ ກາວດຶກ​ຟາດ, ລັດຖະມົນ​ຕີ​ວ່າການ​ກະຊວງກະສິກຳ ​ແລະ​ ​ພັດທະ​ນາ​ຊົນ​ນະ​ບົດ ຊີ້​ແຈ້ງ​ວ່າ.

      “​ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ ​ແລະ ​ໂຮນລັງ ​ໄດ້​ສ້າງ​ຫຼາຍ​ຮູບ​​ທີ່​ປະສິດທິ​ຜົນ, ​ແຕ່​ວ່າ, ບັນຫາ​ສຳ​ຄັນ​ທີ່​ໄດ້​ວາງ​ອອກ ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ຂະຫຍາຍ​ອອກ​ຢ່າງ​ກວ້າງ​ແຂວງ. ສຳຄັນ​ທີ່​ສຸດແມ່ນ ການ​​ແນະນຳ ​ແລະ ໜູນ​ຊ່ວຍ​ໃຫ້​ຊາວ​ກະສິກອນ ​ແລະ ບັນດາ​ວິ​ສາ​ຫະກິ​ດພ້ອມ​ກັນ​ເຂົ້າ​ຮ່ວມ ​​ເພື່ອ​ປະຕິບັດ​ໃຫ້​ບັນລຸ​ປະສິດທິ​ຜົນ​ສູງສຸດ. ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຕັ້ງ​ໜ້າ​ຕອບ​ສະໜອງ ​ແລະ ປະຕິບັດ​ບັນດາ​ຄາດໝາຍ​ກ່ຽວ​ກັບ​ການ​ພັດທະນາ​ແບບຍືນ​ຍົງ ​ເຊິ່ງສະຫະ​ປະຊາ​ຊາດ​ໄດ້​ປຸກລະດົມ”.

      ສ່ວນ​ທ່ານ Han Hans Hoogeveen, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ​ລາຊະ​ອານາຈັກ​ໂຮ​ນລັງ, ​ຖື​ວ່າ, ​ໂຮ​ນລັງ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ໃນ​ຂົງ​ເຂດ​ກະສິກຳ.

ຂ່າວ/ບົດ​ອື່ນ