ພັດທະນາເສດຖະກິດ, ສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍທາງພາກໃຕ້ ຫວຽດນາມ

(VOVWORLD) - ມີຫຼາຍຕາແສງ, ບ້ານປະສົບກັບຄວາມຫຍຸ້ງຍາກເປັນພິເສດໄດ້ຫຼຸດພົ້ນອອກຈາກສະພາບປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ປະຕິບັດສຳເລັດເປົ້າໝາຍກໍ່ສ້າງຊົນນະບົດໃໝ່, ມີສະຖຽນລະພາບ ແລະ ພັດທະນາເທື່ອລະກ້າວ.
ພັດທະນາເສດຖະກິດ, ສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍທາງພາກໃຕ້ ຫວຽດນາມ - ảnh 1(ທ່ານ ເຮົາອາເລັ່ງ, ລັດຖະມົນຕີ, ຫົວໜ້າກຳມາທິການຊົນເຜົ່າ)

        ວັນທີ 03 ກໍລະກົດ, ຢູ່ ເກິນເທີ, ກຳມາທິການການຊົນເຜົ່າ ໄດ້ສົມທົບກັບສະພາຊົນເຜົ່າຂອງສະພາແຫ່ງຊາດ ແລະ ຄະນະກຳມະການປະຊາຊົນນະຄອນ ເກິນເທີ ຈັດກອງປະຊຸມສະຫຼຸບ 3 ປີແຫ່ງການຜັນຂະຫຍາຍປະຕິບັດໂຄງການເປົ້າໝາຍແຫ່ງຊາດ ການພັດທະນາເສດຖະກິດ, ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2023; ມາດຕະການແກ້ໄຂ, ໜ້າທີ່ຈຸດສຸມໄລຍະ 2023 – 2025 ແລະ ກຳນົດທິດຜັນຂະຫຍາຍໄລຍະ 2026 – 2030.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຮົາອາເລັ່ງ, ລັດຖະມົນຕີ, ຫົວໜ້າກຳມາທິການຊົນເຜົ່າ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບບັນດາໂຄງການເປົ້າໝາຍແຫ່ງຊາດ ໄລຍະ 2021 – 2025, ໃຫ້ຮູ້ວ່າ, ມາຮອດປະຈຸບັນ ມີຫຼາຍຕາແສງ, ບ້ານປະສົບກັບຄວາມຫຍຸ້ງຍາກເປັນພິເສດໄດ້ຫຼຸດພົ້ນອອກຈາກສະພາບປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ປະຕິບັດສຳເລັດເປົ້າໝາຍກໍ່ສ້າງຊົນນະບົດໃໝ່, ມີສະຖຽນລະພາບ ແລະ ພັດທະນາເທື່ອລະກ້າວ. ທ່ານ ເຮົ່າອາເລັ່ງ ໄດ້ເນັ້ນໜັກການກຳນົດທິດໃນໄລຍະຈະມາເຖິງວ່າ:

        “ຕາມເນື້ອໃນຈິດໃຈຊີ້ນຳຂອງນາຍົກລັດຖະມົນຕີ ແລະ ຄະນະຊີ້ນຳບັນດາໂຄງການເປົ້າໝາຍແຫ່ງຊາດ, ຫວຽດນາມ ຕ້ອງປະຕິບັດ 3 ວຽກງານ. ທີ່ 1 ແມ່ນ, ຈັດກອງປະຊຸມເພື່ອຕີລາຄາການຜັນຂະຫຍາຍນັບແຕ່ຕົ້ນອາຍຸການຮອດວັນທີ 30 ມິຖຸນາ. ບັນຫາທີ 2 ແມ່ນ, ນັບແຕ່ນີ້ຮອດປີ 2025, ຕັດສິນໃຈປະຕິບັດໂຄງການເປົ້າໝາຍແຫ່ງຊາດ. ແລະທີ 3 ແມ່ນ, ສະພາແຫ່ງຊາດ ອະນຸຍາດໃຫ້ລັດຖະບານ ກວດກາຄືນເພື່ອດັດປັບ, ກຳນົດບັນດາຄວາມຮຽກຮ້ອງຕົວຈິງ ເພື່ອສ້າງໂຄງການໃຫ້ເໝາະສົມກວ່າໃນໄລຍະ 2026 2030. ທັງໝົດເລົ່ານັ້ນແມ່ນເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນເຂດຊົນເຜົ່າສ່ວນໜ້ອຍ ເຖິງວ່າອາໄສຢູ່ແຫ່ງໃດກໍໄດ້ຮັບບັນດານະໂຍບາຍທີ່ເໝາະສົມ”.

          ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຍົກອອກສະພາບຕົວຈິງ ແລະ ສະເໜີບັນຫາຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຢູ່ເຂດຊາວຊົນເຜົົ່າສ່ວນໜ້ອຍ; ແກ້ໄຂຂໍ້ຕິດຂັດໃນການປ່ອຍທຶນເທື່ອລະກ້າວ…

ຕອບກັບ

ຂ່າວ/ບົດ​ອື່ນ