ພັດທະນາເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດ

(VOVWORLD) - ແມ່ນມະຕິເລກທີ 10 ວ່າດ້ວຍການພັດທະນາເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫຼາດ, ຕາມການກຳນົດທິດສັງຄົມນິຍົມ
ພັດທະນາເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດ - ảnh 1 ທ່ານນາຍົກລັດຖະມົນຕີ ກ່າວຄຳເຫັນຊີ້ນຳກອງປະຊຸມ

ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ສຳນັກງານສະພາແຫ່ງຊາດ, ຄະນະໂຄສະນາສຶກສາສູນກາງ ແລະ ຄະນະເສດຖະກິດສູນກາງສົມທົບກັນຈັດຕັ້ງກອງປະຊຸມຮໍ່າຮຽນທົ່ວປະເທດ, ຊາບຊືມມະຕິກອງປະຊຸມສູນກາງ 5, ຊຸດທີ XII ຂອງພັກກອມມູນິດຫວຽດນາມ. ມີ 3 ມະຕິໄດ້ຊາບຊືມໃນກອງປະຊຸມຄັ້ງນີ້: ແມ່ນມະຕິເລກທີ 10 ວ່າດ້ວຍການພັດທະນາເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫຼາດ, ຕາມການກຳນົດທິດສັງຄົມນິຍົມ; ມະຕິເລກທີ 11 ວ່າດ້ວຍການສ້າງລະບອບນະໂຍບາຍເສດຖະກິດການຕະຫຼາດໃຫ້ສົມບູນແບບ, ຕາມການກຳນົດທິດສັງຄົມນິຍົມ ແລະ ມະຕິເລກທີ 12 ວ່າດ້ວຍການສືບຕໍ່ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນຂອງລັດວິສາຫະກິດ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເນື້ອໃນຈຸດສຸມຂອງມະຕິຄັ້ງນີ້ແມ່ນບັນດາທິດທາງໃຫຍ່, ມີລັກສະນະບຸກທະລຸກ່ຽວກັບລະບອບເສດຖະກິດການຕະຫຼາດ ຕາມການກຳນົດທິດສັງຄົມນິຍົມ, ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ແລະ ພັດທະນາເສດຖະກິດພາກເອກະຊົນ:

        “ການກໍ່ສ້າງ ແລະ ປັບປຸງລະບອບນະໂຍບາຍເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມແມ່ນໜ້າທີ່ຍຸດທະສາດ, ແມ່ນຂອດບຸກທະລຸສຳຄັນ, ສ້າງກຳລັງໜູນປົດປ່ອຍແຫຼ່ງກຳລັງ, ສ້າງທຸກໆຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ ສັງຄົມໂດຍໄວ ແລະ ຍືນຍົງ, ພິເສດແມ່ນໃນເງື່ອນໄຂການປະຕິວັດອຸດສາຫະກຳຄັ້ງທີ 4 ພວມຖືກດຳເນີນຢ່າງແຮງ. ປ່ຽນໃໝ່ວຽກງານສ້າງ ແລະ ປະຕິບັດບັນດາການວາງແຜນກຳນົດ, ແຜນການພັດທະນາ, ການລົງທຶນຂອງລັດ ແລະ ການຈັດແບ່ງແຫຼ່ງກຳລັງ. ຍູ້ແຮງການປັບປຸງເງິນເດືອນ, ຄ່າແຮງງານ, ຮັບປະກັນຊີວິດສັງຄົມ, ກວດກາ, ແກ້ໄຂສິ່ງຄົງຄ້າງກ່ຽວກັບລະບອບນະໂຍບາຍເສດຖະກິດຢ່າງຮີບດ່ວນເພື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໜີ້ສາທາລະນະ, ແກ້ໄຂໜີ້ເສຍ.”

ຕອບກັບ

ຂ່າວ/ບົດ​ອື່ນ