ພິ​ທີ “ຄວາມເອກ​ອ້າງ​ທະ​ນົງ​ໃຈ​ສິ​ນ​ຄ້າ ຫວຽດ​ນາມ - ສິ່ງຢອດ​ຢ້ຽມ​ສິນ​ຄ້າ​ຫວຽດ​ນາມ” ປີ 2022

(VOVWORLD) -ດ້ວຍສານທີ່ວ່າ ກໍ່ສ້າງລະບົບນິເວດປະຊາຄົມວິສາຫະກິດຜະລິດ, ດຳເນີນທຸລະກິດ ສິນຄ້າ ຫວຽດນາມ, ພິທີ ດັ່ງກ່າວ ມີຈຸດໃໝ່ຫຼາຍຢ່າງ, ດ້ວຍບັນດາການເຄື່ອນໄຫວສະໜິດຕິດພັນບັນດາວິສາຫະກິດໃຫຍ່, ວິສາຫະກິດເຊື່ອມຕໍ່ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະຫະກອນ, ຄອບຄົວຊາວກະສິກອນ.
ພິ​ທີ “ຄວາມເອກ​ອ້າງ​ທະ​ນົງ​ໃຈ​ສິ​ນ​ຄ້າ ຫວຽດ​ນາມ - ສິ່ງຢອດ​ຢ້ຽມ​ສິນ​ຄ້າ​ຫວຽດ​ນາມ” ປີ 2022 - ảnh 1ພິທີມີການເຂົ້າຮ່ວມ 100 ຫົວໜ່ວຍທີ່ມາຈາກບັນດາກຸ່ມບໍລິສັດ, ສະຫະກອນໃນທົ່ວປະເທດ 

ພິທີ ເອກອ້າງທະນົງໃຈສິນຄ້າ ຫວຽດນາມ - ສິ່ງຢອດຢ້ຽມສິນຄ້າຫວຽດນາມ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 29 ຕຸລາ ຢູ່ສະໜາມຫຼວງດົງກິງເຫງ້ຍທຸກ, ຢູ່ນະຄອນຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວປະຈຳປີຂອງກະຊວງອຸດສາຫະກຳ ແລະ ການຄ້າເພື່ອແນໃສ່ຕອບສະໜອງການຂົນຂວາຍ ປະຊາຊົນ ຫວຽດນາມ ໃຫ້ບຸລິມະສິດນຳໃຊ້ ສິນຄ້າຫວຽດນາມ ໂດຍກົມການເມືອງປຸກລະດົມໃນປີ 2009.

ດ້ວຍສານທີ່ວ່າ ກໍ່ສ້າງລະບົບນິເວດປະຊາຄົມວິສາຫະກິດຜະລິດ, ດຳເນີນທຸລະກິດ ສິນຄ້າ ຫວຽດນາມ, ພິທີ ດັ່ງກ່າວ ມີຈຸດໃໝ່ຫຼາຍຢ່າງ, ດ້ວຍບັນດາການເຄື່ອນໄຫວສະໜິດຕິດພັນບັນດາວິສາຫະກິດໃຫຍ່, ວິສາຫະກິດເຊື່ອມຕໍ່ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະຫະກອນ, ຄອບຄົວຊາວກະສິກອນ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂດທັ້ງຫ໋າຍ, ຮອງຫົວໜ້າຄະນະຊີ້ນຳສູນກາງ ບັ້ນຂົນຂວາຍຊາວຫວຽດນາມ ໃຫ້ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ ຢັ້ງຢືນວ່າ ການເຕີບໂຕຂະແໜງຂ່າຍຍ່ອຍສິນຄ້າ ແມ່ນຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດ, ຮັກສາໄດ້ຢ່າງໝັ້ນແກ່ນ, ເສີມຂະຫຍາຍຈາກບັ້ນຂົນຂວາຍ “ຊາວຫວຽດນາມ ໃຫ້ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ”. ເພື່ອຜັນຂະຫຍາຍບັ້ນຂົນຂວາຍຢ່າງມີປະສິດທິຜົນໃນໄລຍະໃໝ່, ກະຊວງອຸດສາຫະກຳ ແລະ ການຄ້າຈະສືບຕໍ່ຕິດແທດບັນດາແຜນນະໂຍບາຍຂອງຄະນະຊີ້ນຳບັ້ນຂົນຂວາຍ, ພ້ອມທັງສົມທົບກັບບັນດາທ້ອງຖິ່ນຢ່າງຕັ້ງໜ້າໃນການກໍ່ສ້າງແຜນການ ແລະ ຜັນຂະຫຍາຍປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ